ງານບຸນໄດ້ສະແດງຊຸດເສື້ອຍາວ 18 ຊຸດຂອງນັກອອກແບບທີ່ມີຊື່ສຽງ 18 ຄົນຢູ່ພາຍໃນປະເທດ, ດ້ວຍການເຂົ້າຮ່ວມຂອງນາງແບບ, ນັກສະແດງຈໍານວນ 200 ກວ່າຄົນ. ມີແຂກທ່ອງທ່ຽວພາຍໃນ ແລະຕ່າງປະເທດກວ່າ 3.000 ຄົນເຂົ້າຊົມງານບຸນດັ່ງກ່າວ.

leftcenterrightdel
ບັນດານັກສະແດງ ແລະນາງແບບ ສະແດງຊຸດເສື້ອຍາວທີ່ງານບຸນ. ພາບ: ສໍານັກຂ່າວສານຫວຽດນາມ. 

ດ້ວຍຄວາມໝາຍ “ວັດທະນະທໍາແມ່ນສີສັນຂອງຊາດ”, ງານບຸນໄດ້ຈັດຂຶ້ນເພື່ອແນໃສ່ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທໍາຂອງຊາດ, ຜ່ານນັ້ນແນະນໍາໃຫ້ແຂກທ່ອງທ່ຽວພາຍໃນ ແລະຕ່າງປະເທດກ່ຽວກັບຄວາມງາມທາງດ້ານວັດທະນະທໍາທີ່ເປັນມູນເຊື້ອຂອງຊາດດ້ວຍບັນດາສິ່ງມະຫັດສະຈັນທໍາມະຊາດ, ປູຊະນີຍະສະຖານປະຫວັດສາດທີ່ຕິດພັນກັບບັນດາວິລະກໍາອັນສະຫງ່າລາສີຂອງກອງທັບ ແລະປະຊາຊົນເຮົາໃນຕະຫຼອດໄລຍະແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ.

leftcenterrightdel
 
leftcenterrightdel
ບັນດານັກສະແດງ ແລະນາງແບບ ສະແດງຊຸດເສື້ອຍາວທີ່ງານບຸນ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ງານບຸນ, ບັນດານັກສະແດງ, ນາງແບບໄດ້ວາດພາບຄືນຈິດໃຈອົງອາດກ້າຫານ, ບໍ່ຍອມຈຳນົນຕໍ່ໜ້າສັດຕູໂຕໃດໆ, ຄວາມຫຍຸ້ງຍາກໃດແຕ່ຍັງຄົງຮັກສາໄດ້ວັດທະນະທໍາທີ່ເປັນເອກະລັກສະເພາະຂອງຊາດໄວ້.

ຕາມທ່ານນາງ ຫວູທິເຟືອງ, ຜູ້ອໍານວຍການ Grant Hospitality (ຫົວໜ່ວຍຈັດຕັ້ງງານບຸນເສື້ອຍາວໂຮ້ຍອານ, ທັດສະນີຍະພາບທີ່ສວຍງາມຂອງຫວຽດນາມ) ແລ້ວ, ເພື່ອອະນຸລັກຮັກສາ, ພັດທະນາບັນດາຄຸນຄ່າວັດທະນະທໍາຂອງຊາດ, ແຕ່ລະປີ, Grant Hospitality ຈະຈັດຕັ້ງ show ສະແດງທີ່ຕິດພັນກັບຫົວຂໍ້ໜຶ່ງ, ມໍລະດົກວັດທະນະທໍາໜຶ່ງຂອງຊາດ.

ໂດຍ: ໄຊຊະນະ