ນັກຂ່າວ Clara Ferreira Marques ຂອງສຳນັກຂ່າວສານ Bloomberg  ໃຫ້ຂໍ້ສັງເກດວ່າ ຫວຽດນາມ ສາມາດຍູ້ຖອຍ ແລະຄວບຄຸມໂລກພະຍາດໂຄວິດ-19 ໄດ້ແມ່ນໝາຍຄວາມວ່າການທ່ອງທ່ຽວພາຍໃນປະເທດກໍ່ສາມາດກັບຄືນມາເຄື່ອນໄຫວໄດ້ຄືເກົ່າ.

leftcenterrightdel
ແຂກທ່ອງທ່ຽວພາຍໃນປະເທດ. ພາບ: Getty Images.

ດ້ວຍບັນດາມາດຕະການຄວບຄຸມພະຍາດຢ່າງມີປະສິດທິຜົນ, ຫວຽດນາມ ກໍາລັງແມ່ນໜຶ່ງໃນບັນດາປະເທດທໍາອິດໃນໂລກທີ່ອໍານວຍຄວາມສະດວກ ແລະສົ່ງເສີມປະຊາຊົນກັບມາທ່ອງທ່ຽວຄືນໃໝ່ຢູ່ພາຍໃນປະເທດ. ໃນເດືອນ ພຶດສະພາ,  ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ປຸກລະດົມໂຄງການ “ຄົນຫວຽດນາມ ໄປທ່ອງທ່ຽວຢູ່ຫວຽດນາມ”.

ຕາມກົມໃຫຍ່ສະຖິຕິຫວຽດນາມ ແລ້ວ, ແຂກທ່ອງທ່ຽວສາກົນມາທ່ຽວຢູ່ຫວຽດນາມ ໃນເດືອນ ພຶດສະພາ ໄດ້ຫຼຸດລົງ 98% ເມື່ອທຽບໃສ່ໄຕມາດດຽວກັນຂອງປີກາຍ. ເຖິງຢາງໃດກໍ່ຕາມ, ປີ 2019 ຫວຽດນາມ ຍັງຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດແມ່ນ 85 ລ້ານເທື່ອຄົນ, ກວມເອົາກວ່າ 80% ຂອງຈຳນວນແຂກທ່ອງທ່ຽວທັງໝົດ. ສິ່ງເຫຼົ່ານີ້ໄດ້ຊີ້ໃຫ້ເຫັນບົດບາດທີ່ບໍ່ໜ້ອຍຂອງແຂກທ່ອງທ່ຽວພາຍໃນປະເທດກັບຂະແໜງການທ່ອງທ່ຽວພາຍໃນປະເທດ.

ນັກຂ່າວ Clara Ferreira Marques ຕີລາຄາວ່າທ່າອ່ຽງສົ່ງເສີມການທ່ອງທ່ຽວພາຍໃນປະເທດຂອງຫວຽດນາມ ມີລັກສະນະລະມັດລະວັງກວ່າເມື່ອທຽບໃສ່ກັບບາງປະເທດເອີລົບທີ່ກໍາລັງແຂ່ງຂັນກັນຈົນເຖິງຊຸມເດືອນທ່ອງທ່ຽວໃນລະດູຮ້ອນດ້ວຍການເປີດ “ແລວທ່ອງທ່ຽວ” ກັບບາງປະເທດໃກ້ຄຽງ.

ໂດຍ: ດັ້ງເກື່ອງ