ເພື່ອແນໃສ່ເຊີດຊູບັນດາຄວາມມານະພະຍາຍາມປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງບັນດາກົມກອງທີ່ກ່ຽວຂ້ອງ ແລະປະຊາຊົນຫວຽດນາມ, ສະມາຄົມນັກສິລະປິນຖ່າຍຮູບຫວຽດນາມ ໄດ້ປຸກລະດົມການປະກວດ “ຫວຽດນາມ ປ້ອງກັນ, ຕ້ານພະຍາດໂຄວິດ-19 ຜ່ານກ້ອງຖ່າຍຮູບ” ເຖິງບັນດາສະມາຊິກສະມາຄົມ ແລະບັນດາຜູ້ນິຍົມຖ່າຍຮູບໃນທ່ົວປະເທດ.

leftcenterrightdel
ຮູບພາບເຂົ້າຮ່ວມການປະກວດສາມາດແມ່ນຮູບພາບສີ ຫຼື ຮູບພາບຂາວດຳ. ພາບ: baodansinh.vn.

ນັກຖ່າຍຮູບແຕ່ລະຄົນໄດ້ສົ່ງຮູບພາບ 20 ແຜ່ນ (ຮູບພາບດ່ຽວ ຫຼື ເປັນຊຸດ, ພາບສາລະຄະດີ, ຮູບພາບສີ ຫຼື ຮູບພາບຂາວດຳ). ນັກຖ່າຍຮູບສົ່ງຮູບພາບໂດຍກົງຢູ່ເວັບໄຊ: www.trienlamanhCovid-19.vn ຮອດວັນທີ 20 ພຶດສະພາ 2020. ຄາດຄະເນວ່າ, ງານວາງສະແດງຈະດໍາເນີນໃນວັນທີ 1 ມິຖຸນາ 2020 ຢູ່ສູນສໍາເນົາ ແລະງານວາງສະແດງຮູບພາບສິລະປະຫວຽດນາມ (ຖະໜົນໂຕນເທິ໊ດທວ໊ຽດ, ຮ່າໂນ້ຍ).

ໂດຍ: ເຈິ່ນຮວ່ຽນ