leftcenterrightdel
ຖໍ້າເຊີນດ່ອງ ແມ່ນສະຖານທີ່ທ່ອງທ່ຽວທີ່ນັກທ່ອງທ່ຽວຫຼາຍຄົນນິຍົມ. ພາບ: Oxalis.

ທັດສະນີຍະພາບທີ່ໃຫຍ່ໂຕມະໂຫຖານຂອງຖໍ້າເຊີນດ່ອງ ໄດ້ສະແດງອອກຜ່ານ Virtual Reality, ຈະພານັກທ່ອງທ່ຽວຂ້າມຜ່ານບັນດາຖໍ້າທີ່ເຕັມໄປດ້ວຍແສງສະຫວ່າງ ແລະບັນດາເຂດປ່າທີ່ໃຫຍ່ໂຕມະໂຫຖານ. ດ້ວຍຄອມພິວເຕີ ຫຼື smart phone, ຜູ້ໃດກໍ່ສາມາດເຂົ້າຊົມບັນດາຮູບພາບທີ່ແທ້ຈິງ, ແຈ້ງດີ, ສາມາດຂະຫຍາຍຮູບພາບທໍລະນີ, ລະບົບພືດພັນສັດສາວາສິ່ງໃນຖໍ້າພ້ອມກັບນໍ້າສຽງທີ່ເໝາະສົມກັບທັດສະນີຍະພາບ. ຕາມທີ່ໄດ້ຮູ້ແລ້ວ, ສະເພາະບັນດາຮູບພາບກ່ຽວກັບເຊີນດ່ອງ ໄດ້ມີຕົ້ນສະບັບຈາກໂຄງການຂອງ National Geographic ເພື່ອແນໃສ່ອະນຸລັກຮັກສາຖໍ້າດ້ວຍຮູບການດີຈີຕອນ. ຜົນງານນີ້ໄດ້ນໍາໃຊ້ເຂົ້າໃນການໂຄສະນາເຜີຍແຜ່ການທ່ອງທ່ຽວ.

ໂດຍ: ຈາງຫງວຽນ