leftcenterrightdel
ພາບປະກອບຄັດຈາກສໍານັກຂ່າວສານຫວຽດນາມ.

ບໍລິສັດຮູບເງົາເອກະສານ ແລະວິທະຍາສາດສູນກາງ ຮັບຜິດຊອບສ້າງບົດລະຄອນຮູບເງົາກ່ຽວກັບການປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ຄາດຄະເນວ່າຈະຜະລິດໃນປີ 2021. ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນຄືໃນປະຈຸບັນນີ້, ກົມຮູບເງົາ ໄດ້ສະເໜີໃຫ້ບໍລິສັດຮູບເງົາດັດປັບແຜນການຜະລິດເພື່ອໃຫ້ຮູບເງົາສໍາເລັດໃນປີ 2020. ກົມຮູບເງົາ ກໍ່ສະເໜີວ່າ ເມື່ອບໍລິສັດຜັນຂະຫຍາຍຜະລິດຮູບເງົາແລ້ວ ຕ້ອງເປັນເຈົ້າການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານເຊື້ອພະຍາດໃຫ້ບັນດາສະມາຊິກທີ່ເຂົ້າຮ່ວມຜະລິດ, ບັນທຶກໂດຍກົງຢູ່ສະຖານທີ່ຖ່າຍທຳຮູບເງົາໃຫ້ເປັນຢ່າງດີ; ຮັບປະກັບຄວາມປອດໄພດ້ານສາທາລະນະສຸກໃຫ້ຖືກຕ້ອງຕາມຄວາມຮຽກຮ້ອງຂອງບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ.

ໂດຍ: ຈາງຫງວຽນ