ຕາມນັ້ນແລ້ວບັນດາຂັ້ນ, ຂະແໜງການ, ທ້ອງຖິ່ນ, ກົມກອງຄວນຍູ້ແຮງວຽກງານໂຄສະນາໃນໝູ່ພະນັກງານ, ສະມາຊິກພັກ ແລະປະຊາຊົນທຸກຊັ້ນວັນນະໃຫ້ມີຄວາມຮັບຮູ້ຢ່າງຄົບຖ້ວນ, ເລິກເຊິ່ງກ່ຽວກັບມູນເຊື້ອປະຫວັດສາດ, ຄຸນງາມຄວາມດີຂອງບັນດາເຈົ້າຊີວິດຮຸ່ງ  ແລະບັນພະບຸລຸດໃນປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ; ຢັ້ງຢືນຄວາມໝາຍ, ຄວາມສໍາຄັນກ່ຽວກັບ ແນວຄິດກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຂອງພັກ ແລະປະທານໂຮ່ຈີມິນ; ສຶກສາໃຫ້ຊາວຫວຽດນາມ, ໂດຍສະເພາະແມ່ນລຸ້ນໜຸ່ມມຸ່ງຫາກົກເຄົ້າເຫງົ້າກໍ, ເຂົ້າໃຈບັນດາຄຸນຄ່າທີ່ເປັນມູນເຊື້ອປະຫວັດສາດ, ວັດທະນະທໍາຂອງປະເທດ, ຊາວຫວຽດນາມ ທີ່ໄດ້ຮັບການກໍາເນີດເກີດຂຶ້ນ ແລະເພີ່ມພູນຄູນສ້າງແຕ່ສະໄໝຮຸ່ງເວືອງ; ວຽກງານບູລະນະ, ເສີມຂະຫຍາຍບັນດາມໍລະດົກ, ປູຊະນີຍະສະຖານສະໄໝ ຮຸ່ງເວືອງ; ລະດົມກຳລັງໃຈປະຊາຊົນພາຍໃນປະເທດ ແລະປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດມຸ່ງຫາກົກເຄົ້າເຫງົ້າກໍ, ຮ່ວມແຮງຮ່ວມໃຈກໍ່ສ້າງບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ, ສິວິໄລ...

leftcenterrightdel
ບັນຍາກາດພີທີແຫ່ແຫນ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ອນໜ້ານັ້ນ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ເຫັນດີເປັນເອກະພາບກັບຄະນະກໍາມະການປະຊາຊົນແຂວງຝູເທາະ ພຽງແຕ່ຈັດຕັ້ງພິທີຖະເຫວາຍທູບທຽນໃນວັນທີ 10 ມີນາ ຕາມຈັນປະຕິທິນໂດຍປະທານຄະນະກໍາມະການປະຊາຊົນແຂວງຝູເທາະ ເປັນເຈົ້າການ, ດ້ວຍການເຂົ້າຮ່ວມຂອງການນໍາພັກ, ລັດ, ຄະນະ, ກະຊວງ, ຂະແໜງການສູນກາງແຕ່ຈໍາກັດຜູ້ແທນເຂົ້າຮ່ວມ. ສຳລັບບັນດາທ້ອງຖິ່ນທີ່ມີປູຊະນີຍະສະຖານ, ວິຫານບູຊາຮຸ່ງເວືອງ ພຽງແຕ່ຈັດຕັ້ງພິທີຖະເຫວາຍທູບທຽນອາໄລຫາເທົ່ານັ້ນ.

ໂດຍ: ກວຽດເຕີມ