leftcenterrightdel
Poster ແນະນໍາ “ວັນບູຊາເຈົ້າຊີວິດຮຸ່ງລະດັບຊາດຫວຽດນາມທົ່ວໂລກທາງອອນລາຍ”. (ພາບ: ຄະນະຈັດຕັ້ງ).

ປີນີ້, ບັນດາກິດຈະກໍາເຄື່ອນໄຫວຂອງວັນບູຊາດັ່ງກ່າວແມ່ນໄດ້ສຸມໃສ່ເຂົ້າໃນການເສັງຂຽນກ່ຽວກັບຄວາມຮູ້ສຶກທີ່ມີຕໍ່ບ້ານເກີດເມືອງນອນ, ປະເທດຊາດ, ບັນດາເລື່ອງລາວທີ່ມີຄວາມຕື້ນຕັນໃຈກ່ຽວກັບຈິດໃຈຄວາມຮັກແພງຂອງຜູ້ທີ່ຢູ່ຫ່າງແດນໄກ, ການເຊື່ອມຕໍ່ຫວຽດນາມກັບເພື່ອນມິດສາກົນ; ບັນດາຄລິບສະແດງ, ປະດິດແຕ່ງບົດເພງທີ່ສະແດງໃຫ້ເຫັນອາລົມຈິດຄວາມຮັກແພງກັບພໍ່ແມ່ພີ່ນ້ອງຮ່ວມຊາດໃນທົ່ວປະເທດ... ບົດຂຽນເຂົ້າຮ່ວມການເສັງເຊີນທ່ານສົ່ງມາຕາມທີ່ຢູ່ອີເມວ: ngayquoctotoancau@ gmail.com, ເຊິ່ງຈະໄດ້ອອກຂ່າວແຕ່ວັນທີ 2 ເມສາ ຫາວັນທີ 31 ພຶດສະພາ 2020. ຄະນະຈັດຕັ້ງຈະຄັດເລືອກ ແລະປະກາດບັນດາບົດຂຽນດີເດັ່ນເພື່ອມອບລາງວັນໃນວັນທີ 21 ມິຖຸນາ 2020.

ໂດຍ: ໄຊຊະນະ