ໃນປີ 2019, ວຽກງານອະນຸລັກຮັກສາ, ເສີມຂະຫຍາຍມໍລະດົກວັດທະນະທໍາບັນລຸໄດ້ໝາກຜົນສໍາຄັນ; ລະບອບລະບຽບການ, ນະໂຍບາຍໃນຂົງເຂດມໍລະດົກວັດທະນະທໍາ ສືບຕໍ່ໄດ້ຮັບການປັບປຸງໃຫ້ສົມບູນແບບ, ສ້າງກອບນິຕິກໍາອັນໜັກແໜ້ນ, ຍົກສູງປະສິດທິຜົນໃນການຄຸ້ມຄອງລັດກ່ຽວກັບຂົງເຂດມໍລະດົກວັດທະນະທໍາ. ມໍລະດົກການປະຕິບັດພິທີກຳແທນຂອງຊາວເຜົ່າໄຕ, ນຸ່ງ, ໄທ ຢູ່ຫວຽດນາມ ໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທໍານາມມະທໍາທີ່ເປັນຕົວແທນຂອງມວນມະນຸດຈາກຢູແນສໂກ ຢ່າງເປັນທາງການ...

leftcenterrightdel
ຕາງໜ້າບັນດາອົງການສື່ມວນຊົນ ປ່ອນບັດຄັດເລືອກ 10 ເຫດການວັດທະນະທໍາ, ກິລາ ແລະທ່ອງທ່ຽວທີ່ພົ້ນເດັ່ນໃນປີ 2019. ພາບ: ບ້າວທວາ.

ໃນຂົງເຂດກິລາ, ຫວຽດນາມ ບັນລຸໄດ້ບັນດາຜົນງານພົ້ນເດັ່ນໃນເວທີສາກົນ. ຄະນະນັກກິລາຫວຽດນາມແຂ່ງຂັນຢ່າງດີເດັ່ນ ແລະຢືນອັນດັບທີ 2 ຢູ່ ຊີເກມຄັ້ງທີ 30. ດ້ວຍຈິດໃຈສາມັກຄີ, ທີມບານເຕະຊາຍ U.22 ຫວຽດນາມ ໄດ້ແຂ່ງຂັນຢ່າງພິລະອາດຫານ ແລະຍາດໄດ້ຫຼຽນຄໍາຊີເກມຄັ້ງທໍາອິດໃນປະຫວັດສາດ...

ປີ 2019, ແຂກທ່ອງທ່ຽວສາກົນມາທ່ຽວຢູ່ຫວຽດນາມ ບັນລຸກວ່າ 18 ລ້ານເທື່ອຄົນ. ຫວຽດນາມ ໄດ້ຮັບການຄັດເລືອກເປັນສະຖານທີ່ທ່ອງທ່ຽວແຖວໜ້າອາຊີ ໃນສອງປີຕິດຕໍ່ກັນ; ເປັນສະຖານທີ່ວັດທະນະທໍາແຖວໜ້າອາຊີ... ປີ 2019 ຂະແໜງທ່ອງທ່ຽວຫວຽດນາມ ຍາດໄດ້ລາງວັນສາກົນຫຼາຍລາງວັນ. ບໍ່ພຽງແຕ່ໄດ້ຮັບຮູ້ຢູ່ພາກພື້ອາຊີເທົ່ານັ້ນ ເຊິ່ງຮູບພາບຫວຽດນາມໄດ້ສ້າງຂີດໝາຍຢ່າງຈະແຈ້ງຢູ່ໃນແຜນທີ່ທ່ອງທ່ຽວສາກົນອີກດ້ວຍ...

ໂດຍ: ໄຊຊະນະ