leftcenterrightdel
ບັນດາຜູ້ແທນຢ້ຽມຊົມການວາງສະແດງພາເຂົ້າໃນວັນບຸນເຕັດຢູ່ທີ່ງານບຸນ. ພາບ: ຮຸ່ງຄວາ.

ເຂົ້າຮ່ວມພິທີໄຂມີສະຫາຍ ຫງວຽນທ້ຽນເຍິນ, ກໍາມະການກົມການເມືອງ, ເລຂາພັກນະຄອນໂຮ່ຈີມິນ. ງານບຸນເຕັດຫວຽດນາມ ປີ 2020 ໄດ້ຈັດ 5 ກິດຈະກໍາຫຼັກຄື: ເບິ່ງບຸນເຕັດ, ບຸນເຕັດ, ຫຼິ້ນບຸນເຕັດ, ຕະຫຼາດບຸນເຕັດ ແລະກິນເຕັດ. ງານບຸນເຕັດ ໄດ້ແນະນໍາບັນດາຮີດຄອງປະເພນີ, ເລື່ອງເລົ່າລືກັນກ່ຽວກັບວັນບຸນເຕັດປະຈໍາຊາດຂອງປະເທດຫວຽດນາມ ໃຫ້ປະຊາຊົນ, ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດ ໂດຍຜ່ານບັນດາກິດຈະກໍາຄື: ງານວາງສະແດງ, ຫັນເປັນເວທີສະແດງ, ບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງສາມພາກ, ການລະຫຼິ້ນໃນວັນບຸນເຕັດ... ງານບຸນ ຈະດໍາເນີນໄປຮອດວັນທີ 5 ມັງກອນ 2020 ຢູ່ສວນສາທາລະນະ ເລວັນຕ໊າມ, ເມືອງ 1, ນະຄອນໂຮ່ຈີ ມິນ.

ໂດຍ: ໄຊຊະນະ