leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: qdnd.vn.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລ້ວນແຕ່ໃຫ້ຂໍ້ສັງເກດລວມວ່າ: ວັດທະນະທໍາ, ວັນນະຄະດີລັດເຊຍ ໄດ້ມີຜົນກະທົບຢ່າງເລິກເຊິ່ງ, ກວ້າງຂວາງ, ຕັ້ງໜ້າເຖິງຈິດໃຈ, ອາລົມຈິດ, ຄວາມຮັບຮູ້ຂອງຊາວຫວຽດນາມ. ປະຈຸບັນ, ດ້ວຍບັນດາໂຄງການແປບົດປະພັນວັນນະຄະດີ, ງານພົບປະແລກປ່ຽນວັດທະນະທໍາທີ່ແທດຈິງ, ມີປະສິດທິຜົນພວມພິສູດໃຫ້ເຫັນວັດທະນະທໍາ, ວັນນະຄະດີແມ່ນຂົງເຂດສໍາຄັນ, ປະກອບສ່ວນປັບປຸງ, ຍົກສູງສາຍພົວພັນມິດຕະພາບລະຫວ່າງສອງຊາດ. ຜູ້ຕາງໜ້າສູນວິທະຍາສາດ ແລະວັດທະນະທໍາລັດເຊຍ ຢູ່ ຮ່າໂນ້ຍ ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ໜູນຊ່ວຍໃຫ້ບັນດາໂຄງການວັດທະນະທໍາ, ວັນນະຄະດີຢູ່ ຫວຽດນາມ ເສີມຂະຫຍາຍປະສິດທິຜົນ, ບັນລຸບັນດາເປົ້າໝາຍທີ່ໄດ້ວາງອອກ.

ໂດຍ: ເກື່ອງດັ້ງ