ວັນວັດທະນະທໍາອາຫານການກິນປາແລັດສະຕິນດ້ວຍບັນດາການເຄື່ອນໄຫວຫຼາຍຮູບຫຼາຍແບບ ຄື: ງານວາງສະແດງຮູບພາບ, ລາຍການສະແດງ Folk dance ປາແລັດສະຕິນ, ສະເໜີປຶ້ມ, ແນະນໍາອາຫານການກິນທີ່ເປັນມູນເຊື້ອຂອງປາແລັດສະຕິນ... ໄດ້ນຳມາໃຫ້ ຮ່າໂນ້ຍ ບັນຍາກາດວັດທະນະທໍາທີ່ເປັນເອກະລັກສະເພາະຂອງປາແລັດສະຕິນ.

ກ່າວຄໍາເຫັນທີ່ລາຍການ, ທ່ານ Saadi Salama ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງປາແລັດສະຕິນ ໄດ້ຢັ້ງຢືນເຖິງການພົວພັນທີ່ເປັນມູນເຊື້ອອັນດີງາມແບບຍາວນານລະຫວ່າງສອງຊາດປາແລັດສະຕິນ ແລະຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ຊາວຫວຽດນາມ ຍັງບໍ່ທັນຮູ້ຈັກເຖິງວັດທະນະທໍາປາແລັດສະຕິນ ຫຼາຍພໍປານໃດ, ສະນັ້ນ, ສະຖານທູດປາແລັດສະຕິນ ຈຶ່ງໄດ້ຈັດຕັ້ງເຫດການນີ້ຂຶ້ນດ້ວຍຄວາມປາດຖະໜາຢາກແນະນໍາ ແລະໂຄສະນາບັນດາຈຸດວັດທະນະທໍາ, ຄວາມຫຼາກຫຼາຍອຸດົມສົມບູນ, ຄວາມພິເສດຂອງອາຫານການກິນປາແລັດສະຕິນ ເຖິງຊາວຫວຽດນາມ ແລະເພື່ອນມິດສາກົນ, ຜ່ານນັ້ນ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ອາລົມຈິດສະໜິດຕິດພັນລະຫວ່າງສອງປະເທດ.

leftcenterrightdel
ປຶ້ມ “ປາແລັດສະຕິນ: ເສັ້ນທາງມຸ່ງໄປເຖິງຄວາມຍຸຕິທຳ, ຄວາມອິດສະຫຼະພາບ ແລະສັນຕິພາບ” ໄດ້ແນະນໍາຢູ່ເຫດການ. ພາບ: ມີ້ແຮ້ງ.

ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງເຫດການນີ້ແມ່ນພິທີສະເໜີປື້ມສອງເຫຼັ້ມດ້ວຍຫົວຂໍ້ “ຂ້າພະເຈົ້າໄດ້ກິນດອກໄມ້ໝົດທັງທົ່ງນາ” ແລະ “ປະຊາຊົນເຄິ່ງໜ່ວຍໂລກດື່ມນ້ຳຊາຈອກດຽວ”, ໃນນັ້ນລວມມີບັນດາບົດຂຽນກ່ຽວກັບອາຫານການກິນຂອງນັກປະພັນ ຢີລີ. ນີ້ແມ່ນບົດປະພັນອາຫານການກິນສອງເຫຼັ້ມທຳອິດທີ່ຂຽນກ່ຽວກັບເຍື່ອງອາຫານໃນທົ່ວໂລກ ແລະຫວຽດນາມ. ເນື່ອງໃນໂອກາດນີ້, ສະຖານທູດປາແລັດສະຕິນ ກໍ່ແນະນໍາເຖິງເພື່ອນຜູ້ອ່ານທັງຫຼາຍກ່ຽວກັບເຫຼັ້ມທີ່ມີຊື່ວ່າ “ປາແລັດສະຕິນ: ເສັ້ນທາງມຸ່ງໄປເຖິງຄວາມຍຸຕິທຳ, ຄວາມອິດສະຫຼະພາບ ແລະສັນຕິພາບ”, ໃນນັ້ນໄດ້ສະໜອງໃຫ້ແກ່ຜູ້ທີ່ມີຄວາມສົນໃຈເຖິງການຕໍ່ສູ້ຂອງປະຊາຊົນປາແລັດສະຕິນ ບັນດາຂໍ້ມູນພື້ນຖານ, ຊັດເຈນກ່ຽວກັບສະພາບການຂອງປາແລັດສະຕິນ ເພື່ອຈາກນັ້ນມີວິທີການສຳຜັດ, ຕີລາຄາຢ່າງຖືກຕ້ອງກວ່າກ່ຽວກັບການປະທະກັນກໍ່ຄືຄວາມມຸ່ງມາດປາດຖະໜາຢາກມີສັນຕິພາບຢ່າງຊອບທຳຂອງປະຊາຊົນປາແລັດສະຕິນ.

ໂດຍ: ເກື່ອງດັ້ງ