leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມສໍາມະນາ, ບັນດານັກຄຸ້ມຄອງ, ຄົ້ນຄວ້າວັດທະນະທໍາ, ນັກຜະລິດສິລະປະ, ນັກສິລະປິນພາຍໃນ ແລະສາກົນໄດ້ຍົກອອກບັນດາຄໍາຄິດເຫັນຢ່າງແທດຈິງ ກໍ່ຄືບັນດາຮູບການທີ່ເໝາະສົມ ເພື່ອກິດຈະກໍາສິລະປະຂອງຫວຽດນາມ ໃຫ້ນັບມື້ນັບເປັນມືອາຊີບ, ເຊື່ອມໂຍງເຂົ້າກັບສາກົນ. ໃນນັ້ນສຸມໃສ່ເຂົ້າໃນບັນດາເນື້ອໃນຢ່າງລະອຽດ, ຄື: ເຮັດແນວໃດເພື່ອໃຫ້ຫວຽດນາມ ກາຍເປັນສະຖານທີ່ຈັດຕັ້ງບັນດາເຫດການສິລະປະ; ເຮັດແນວໃດເພື່ອໃຫ້ມີຄວາມກົມກຽວລະຫວ່າງປັດໄຈສິລະປະ ແລະການຄ້າໃນບັນດາໂຄງການກໍ່ຄືຄວາມຮັບຜິດຊອບຂອງບັນດາວິສາຫະກິດຕໍ່ສິລະປະ...

ໂດຍ: ທະນາພອນ