leftcenterrightdel
ນັກກິລາ ຫງວຽນຕ໊ຽນຈ້ອງ ຂອງຄະນະນັກກິລາກອງທັບ. ພາບ: nld.com.vn.

ຜົນການແຂ່ງຂັນປະກົດວ່າ: ຄະນະນັກກິລາແລ່ນ-ລານ ກອງທັບຍາດໄດ້ອັນດັບທີ 1 ດ້ວຍຫຼຽນຄໍາ 8 ຫຼຽນ, ຫຼຽນເງິນ 6 ຫຼຽນ ແລະຫຼຽນທອງ 9 ຫຼຽນ; ອັນດັບທີ 2 ແມ່ນຄະນະນັກກິລາແລ່ນ-ລານ ຮ່າໂນ້ຍ ດ້ວຍຫຼຽນຄໍາ 7 ຫຼຽນ, ຫຼຽນເງິນ 11 ຫຼຽນ ແລະຫຼຽນທອງ 5 ຫຼຽນ; ອັນດັບທີ 3 ແມ່ນຄະນະນັກກິລາແລ່ນ-ລານ ໂຮ່ຈີມິນ ດ້ວຍຫຼຽນຄໍາ 6 ຫຼຽນ, ຫຼຽນເງິນ 5 ຫຼຽນ ແລະຫຼຽນທອງ 3 ຫຼຽນ. ການແຂ່ງຂັນແລ່ນ-ລານ ໃນປີນີ້ມີຫຼາຍລາຍການໄດ້ສ້າງສະຖິຕິແຫ່ງຊາດ. ນີ້ແມ່ນໝາກຜົນທີ່ເປັນໜ້າລະດົມສົ່ງເສີມໃຫ້ແກ່ກິລາແລ່ນ-ລານ ຫວຽດນາມ ກ່ອນ SEA Games 30 ປີ 2019, ເຊິ່ງຈະດໍາເນີນຢູ່ຟິລິບປິນ ໃນທ້າຍປີນີ້.

ໂດຍ: ຈາງຫງວຽນ