leftcenterrightdel
ຮູບພາບ “ປ້ານນໍ້າແກ່ງ” ຂອງນັກຖ່າຍຮູບ ເລຕ່ອງ. ພາບ: ຄະນະຈັດຕັ້ງສະໜອງ.

ວັນທີ 14 ກັນຍາ, ສະຫະພັນວັນນະຄະດີສິລະປະແຂວງລອງອານ ໃຫ້ຮູ້ວ່າ, ງານປະກວດໄດ້ຮັບຮູບພາບເກືອບ 300 ຮູບຂອງນັກຖ່າຍຮູບ 29 ຄົນເຂົ້າຮ່ວມ. ບັນດາຮູບພາບໄດ້ສະແດງໃຫ້ເຫັນບັນດາການເຄື່ອນໄຫວທີ່ດີເດັ່ນໃນທຸກຂົງເຂດການເມືອງ, ເສດຖະກິດ, ວັດທະນະທໍາ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປະກອບສ່ວນເຊີດຊູບັນດາຮູບພາບທີ່ສວຍງາມກ່ຽວກັບມະນຸດ ແລະແຂວງລອງອານ. ຮູບພາບ “ປ້ານນໍ້າແກ່ງ” ໄດ້ວາດພາບກໍາລັງປະກອບອາວຸດແຂວງລອງອານ ຮ່ວມແຮງຮ່ວມໃຈພ້ອມກັບທຸກຂັ້ນ, ທຸກຂະແໜງການສະກັດກັ້ນ, ຕ້ານໄພທຳມະຊາດຢ່າງຈະແຈ້ງ. ມີຮູບພາບທີ່ດີເດັ່ນເກືອບ 50 ຮູບຂອງງານປະກວດຈະຖືກນຳມາວາງສະແດງທີ່ສໍານັກງານສະຫະພັນວັນນະຄະດີສິລະປະແຂວງລອງອານ ຮອດໝົດເດືອນກັນຍາ ປີ 2019.

ໂດຍ: ຈາງຫງວຽນ