ຄ້າຍປະດິດແຕ່ງແມ່ນໜຶ່ງໃນບັນດາກິດຈະກຳທີ່ມີຄວາມໝາຍ, ມຸ່ງໄປເຖິງການສະເຫຼີມສະຫຼອງ 60 ປີແຫ່ງວັນແຂວງເບ໊ນແຈລຸກຮື້ຂຶ້ນ ແລະຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ພັກທຸກຂັ້ນ. ຜ່ານຄ້າຍປະດິດແຕ່ງດັ່ງກ່າວ, ຫວັງວ່າຈະສ້າງແຫຼ່ງບັນດານໃຈໃນການປະດິດຄິດແຕ່ງຢ່າງແຮງ, ຈິດໃຈຮ່ວມງານທີ່ຟົດຟື້ນຫ້າວຫັນກວ່າອີກຂອງຖັນແຖວນັກສິລະປະແຂວງເບ໊ນແຈ ກັບວາລະສານວັນນະຄະດີກອງທັບ.

leftcenterrightdel
ບັນດານັກປະພັນ, ນັກກະວີເຂົ້າຮ່ວມຄ້າຍປະດິດແຕ່ງວັນນະຄະດີດ້ວຍຫົວຂໍ້ສົງຄາມປະຕິວັດ ແລະທະຫານ ຢູ່ແຂວງເບ໊ນແຈ. ພາບ: ຮົ່ງດັງ.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານພັນເອກພິເສດ, ນັກປະພັນ ຫງວຽນບິ່ງເຟືອງ, ຫົວໜ້າບັນນາທິການວາລະສານວັນນະຄະດີກອງທັບໃຫ້ຮູ້ວ່າ, ຈຸດປະສົງຂອງຄ້າຍປະດິດແຕ່ງນີ້ແມ່ນສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກປະພັນ, ນັກກະວີມີໂອກາດໄດ້ສໍາຜັດ, ຊອກຮູ້ປະຫວັດສາດ, ວັດທະນະທໍາທີ່ເປັນມູນເຊື້ອກໍ່ຄືຊີວິດການເປັນຢູ່ໃນປະຈຸບັນຂອງທະຫານ ແລະປະຊາຊົນແຂວງເບ໊ນແຈ. ຈາກນັ້ນ, ມີບັນດາບົດປະພັນປະກອບສ່ວນໂຄສະນາຮູບພາບ, ປະຊາຊົນ, ເຂດດິນແດນແຫ່ງໝາກພ້າວໃຫ້ເລິກເຊິ່ງກວ້າງຂວາງກວ່າໃນພາລະກິດແຫ່ງການຕໍ່ສູ້, ປົກປັກຮັກສາປະເທດຊາດພ້ອມກັບບັນດາຜົນງານທີ່ບັນລຸໄດ້ໃນວິວັດການພັດທະນາເສດຖະກິດ, ສັງຄົມໃນປະຈຸບັນ.

ຄ້າຍປະດິດແຕ່ງວັນນະຄະດີກ່ຽວກັບຫົວຂໍ້ສົງຄາມປະຕິວັດ ແລະທະການແຂວງເບ໊ນແຈ ຄາດຄະເນວ່າຈະປິດລົງໃນວັນທີ 24 ກັນຍາ.

ໂດຍ: ເກື່ອງດັ້ງ