leftcenterrightdel
ເຂດທາດເຈດີໝີ​ເຊີນ. ພາບ: mytour.vn

ໃນ 20 ປີຜ່ານມາ, ທົ່ວລະບົບເຂດທາດເຈດີໝີ​ເຊີນ, ເຮືອນບູຮານໂຮ້ຍອານ ແລະລະບົບຊີວະພາບດອນຈ່າມ ລວ້ນແຕ່ໄດ້ຮັບການປົກປັກຮັກສາໄວ້ເໝືອນເດີມ. ທ່ານ ດິງວັນທູ ປະທານຄະນະກຳມະການປະຊາຊົນແຂວາງກວ໋າງນາມ ໃຫ້ຮູ້ວ່າ: ທາງແຂວງສືບຕໍ່ລະດົມບັນດາແຫຼ່ງເງິນລົງທຶນເພື່ອສ້ອມແປງ, ຟື້ນຟູຄຸນຄ່າບັນດາເຂດປູຊະນີຍະສະຖານຢູ່ເຂດຕົວເມືອງເກົ່າໂຮ້ຍອານ ແລະເຂດທາດເຈດີໝີ​ເຊີນ. ທ່ານ ດິງວັນທູ ເວົ້າວ່າ: ທາງແຂວງໄດ້ຈັດຕັ້ງປະຕິບັດບັນຫາວາງການແຜນກຳນົດໂດຍທ່ານນາຍົກລັດຖະມົນຕີ ໄດ້ເຊັນອະນຸມັດຢ່າງເຂັ້ມງວດ, ຊອກຫາແຫຼ່ງກຳລັງເພື່ອປະຕິບັດ; ສືບຕໍ່ຜັນຂະຫຍາຍວຽກງານຄຸ້ມຄອງມໍລະດົກເຂດຕົວເມືອງເກົ່າໂຮ້ຍອານ ແລະເຂດທາດເຈດີໝີ​ເຊີນ ຢ່າງມີປະສິດທິຜົນ, ຖືກຕ້ອງຕາມການແນະນຳ, ຖືກຕ້ອງຕາມການກຳນົດຂອງກົດໝາຍປະກາດໃຊ້ໃນປະຈຸບັນ. ພ້ອມກັບການຄຸ້ມຄອງ ແລະການປະຕິບັດຕ້ອງສ້າງແຫຼ່ງກຳລັງເພື່ອພັດທະນາ.

ແຫຼ່ງຄັດຈາກ: vovworld.vn