ງານວາງສະແດງໄດ້ແນະນໍາຮູູບພາບສິລະປະ 50 ແຜ່ນທີ່ມີຄວາມຫຼາກຫຼາຍກ່ຽວກັບປະເພດ ຄື: ຮູບແຕ້ມ, ຮູບແກະສະຫຼັກ, ຮູບໂຄສະນາ, ຮູບສີນ້ຳມັນ... ໂດຍນັກແຕ້ມ, ນັກແກະສະຫຼັກຂອງລຸ້ນຕ່າງໆ 39 ຄົນໄດ້ປະດິດສ້າງກ່ອນ ແລະຫຼັງການສ້າງຄໍາພິໄນກໍາທີ່ສັກກະລະບູຊາຂອງປະທານໂຮ່ຈີ໊ມິນ.

leftcenterrightdel
ຮູບສີນ້ຳມັນ “ລຸງໂຮ່ມາຢ້ຽມຢາມຄອບຄົວຊາວນາ” ຂອງນັກແຕ້ມ ຫງວຽນວັນທ້ຽນ ແລະມາຍວັນນາມ. ພາບ: ແຄ໊ງຮ່ວນ.
leftcenterrightdel
ຮູບສີນ້ຳມັນ “ທະຫານປົດປ່ອຍຊາດຢ້ຽມຢາມເຮືອນລຸງໂຮ່”. ພາບ: ແຄ໊ງຮ່ວນ.

“ຮູບພາບລຸງໂຮ່” ຂອງນັກແຕ້ມ ເຈິ່ນວັນເກິ໋ນ; “ລຸງໂຮ່” ຂອງນັກແຕ້ມເລລາມ; “ໂຮ່ຈີມິນ” ຂອງນັກແຕ້ມ ຫງວຽນເທ໊ວິງ... ຮູບແຕ້ມ “ລຸງໂຮ່ເຮັດວຽກຢູ່ຫວຽດບ໊ັກ” ຂອງນັກແຕ້ມ ຫງວຽນວັນຕິ; “ຄືນນີ້ລຸງບໍ່ນອນ” ຂອງນັກແຕ້ມ ຫງວຽນເຫງ້ຍຢ້ວຽນ; “ລຸງໄປປະຕິບັດວຽກງານ” ຂອງເຈິ່ນດິ່ງເທາະ...

leftcenterrightdel
ຮູບສີນ້ຳມັນ “ຟັງຄໍາສັ່ງສອນຂອງລຸງ”. ພາບ: ແຄ໊ງຮ່ວນ.
leftcenterrightdel
ຮູບສີນ້ຳມັນ “ລຸງໂຮ່ກັບນັກຮົບຍິງແຂ່ງຂັນຢູ່ພາກເໜືອ”. ພາບ: ແຄ໊ງຮ່ວນ.
leftcenterrightdel
ຮູບສີນ້ຳມັນເຮືອນຊານລຸງຢູ່ສໍານັກງານປະທານປະເທດຂອງນັກແຕ້ມ ຫງວຽນວັນບິ່ງ. ພາບ: ແຄ໊ງຮ່ວນ.

ງານວາງສະແດງ “ຄິດເຖິງລຸງ” ແມ່ນອາລົມຈິດ, ແມ່ນຄວາມຮັກຂອງບັນດານັກສິລະປະສ້າງຮູບຂອງຫຼາຍລຸ້ນທີ່ຄິດເຖິງລຸງໂຮ່ທີ່ແສນເຄົາລົບຮັກທີ່ສຸດ. ນັ້ນກໍ່ແມ່ນອາລົມຈິດ, ຄວາມຮັກຂອງຫໍພິພິທະພັນວິຈິດສິນຫວຽດນາມ ຕໍ່ກັບຜູ້ນໍາດີເລີດຂອງຊາດ, ແມ່ນການສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ກັບຄຸນງາມຄວາມດີ, ການອຸທິດອັນຍິ່ງໃຫຍ່ຂອງເພິ່ນ, ປະກອບສ່ວນຊຸກຍູ້ການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດໍາລົງຊິວີດຂອງປະທານໂຮ່ຈີມິນ ຢ່າງແທດຈິງ.

ໂດຍ: ເກື່ອງດັ້ງ