ຄ້າຍພັກແລ້ງໄດ້ດຶງດູດການເຂົ້າຮ່ວມຂອງຊາວໜຸ່ມເຍົາວະຊົນຫວຽດນາມ ອາໄສຢູ່ຕ່າງປະເທດ, ນັກສຶກສາຫວຽດນາມ ຢູ່ຕ່າງປະເທດທີ່ມາຈາກ 10 ປະເທດ, ຄື: ກໍາປູເຈຍ, ລາວ, ໄທ, ມາເລເຊຍ, ການາດາ, ລັດເຊຍ...

ຄ້າຍພັກແລ້ງແມ່ນສາຍເຊື່ອມຕໍ່ອາລົມຈິດທີ່ສັກກາລະບູຊາຂອງປະຊາຄົມຊາວຫວຽດນາມ ຢູ່ທົ່ວທຸກແຫ່ງຫົນໃນໂລກທີ່ມີຕໍ່ບ້ານເກີດເມືອງນອນ, ປະເທດຊາດ, ຊາວຫວຽດນາມ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ໄວໜຸ່ມອວ່າຍໜ້າກັບເມືອຫາບ້ານເກີດເມືອງນອນປະເທດຊາດ.

leftcenterrightdel
ຊາວໜຸ່ມ, ເຍົາວະຊົນຫວຽດນາມ ອາໄສຢູ່ຕ່າງປະເທດ, ນັກສຶກສາຫວຽດນາມ ຢູ່ຕ່າງປະເທດ ແລະບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມນະຄອນໂຮ່ຈີມິນ ຖ່າຍຮູບເປັນທີ່ລະນຶກຢູ່ທ່າກໍາປັ່ນຍ່າຣົງ. ພາບ: ຊວນຄູ.

ພາຍຫຼັງພິທີໄຂ, ບັນດາຊາວໜຸ່ມເຍົາວະຊົນຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ແລະໄວໜຸ່ມນະຄອນໂຮ່ຈີມິນ ໄດ້ໄປຢ້ຽມຊົມຫໍພິພິຕະພັນໂຮ່ຈີມິນ ຢູ່ທ່າກໍາປັ່ນຍ່າຣົງ, ໄປວາງພວງມາລາຢູ່ອະນຸສາວະລີໂຮ່ຈີມິນ...

ໃນລະຫວ່າງວັນທີ 15-19 ກໍລະກົດ, ບັນດາຊາວໜຸ່ມເຍົາວະຊົນຫວຽດນາມ ອາໄສຢູ່ຕ່າງປະເທດ, ນັກສຶກສາຫວຽດນາມ ຢູ່ຕ່າງປະເທດ ແລະບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມນະຄອນໂຮ່ຈີມິນ ຈະໄດ້ເຂົ້າຮ່ວມກິດຈະກໍາຫຼາຍຢ່າງທີ່ອຸດົມສົມບູນ, ຄື: ວາງພວງມາລາຢູ່ອະນຸສາວະລີໂຮ່ຈີມິນ ທີ່ຫໍພິພິຕະພັນໂຮ່ຈີມິນ; ຊອກຮູ້ກ່ຽວກັບສິລະປະດົນຕີພື້ນເມືອງ...

ໂດຍ: ກວຽດເຕິມ