leftcenterrightdel
ງານ​ວາງ​ສະ​ແດງ “ຫຼີ​ເຊີນ-ມູນ​ມໍ​ລະ​ດົກ​ງານ​ບຸນ, ທໍ​ລະ​ນີ​ສາດ​ທີ່ຍອດ​ຍິ່ງ”. ພາບ: vov.vn

ງານວາງສະແດງ “ຫຼີເຊີນ-ມູນມໍລະດົກງານບຸນ, ທໍລະນີສາດທີ່ຍອດຍິ່ງ” ໄດ້ນຳມາວາງສະແດງຮູບພາບ 100 ແຜ່ນ ແລະ ວັດຖຸພັນ 100 ຊີ້ນໂດຍນັກຖ່າຍຮູບ ຫງວຽນອາ ແລະ ບັນດານັກວິທະຍາສາດຄົ້ນພົບ ຈະແນະນຳຕໍ່ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດກ່ຽວກັບທໍລະນີສາດ, ປະຫວັດຄວາມເປັນມາຂອງເມືອງເກາະຫລີເຊີນ ບົນເສັ້ນທາງແຫ່ງການປ່ຽນແປງໃໝ່ ແລະ ພັດທະນາ. ບັນດາຮູບພາບກ່ຽວກັບເອກະສານ, ແຜນທີ່ກ່ຽວກັບຮ່ວາງຊາ, ເຈື່ອງຊາ-ບັນດາພະຍານຫຼັກຖານດ້ານກົດໝາຍຢັ້ງຢືນອະທິປະໄຕຜືນແຜ່ນດິນອັນສັກກະລະບູຊາຂອງປະເທດຫວຽດນາມ. 

ທ່ານຫງວຽນວັນຕຽນ ແຂກທ່ອງທ່ຽວມາຈາກນະຄອນດົງຮ່າ ແຂວງກວາງຈິ ເວົ້າວ່າ: ຜ່ານບັນດາຮູບພາບ ແລະ ວັດບຸພັນໄດ້ສະແດງຢູ່ທີ່ນີ້ກໍ່ເຫັນໄດ້ວ່າ ເກາະຫຼີເຊີນສວຍງາມທີ່ສຸດ, ຮູບພາບຄົບຖ້ວນ, ນັບທັງຊາວຫຼີເຊີນ ຕະຫຼອດຮອດທໍລະນີສາດ, ປະຫວັດສາດ, ວັດທະນະທຳ… ຊາວຫຼີເຊີນ ມີຄວາມສະໜິດສະໜົມ, ຖ້າໃຜຍັງບໍ່ທັນໄດ້ໄປ ກໍ່ຄວນໄປຢ້ຽມຢາມຈັກເທື່ອລອງເບິ່ງ.

ແຫຼ່ງຄັດຈາກ: vovworld.vn