leftcenterrightdel
ບັນຍາກາດທີ່ພິທີປະກາດ. ພາບ: qdnd.vn

ຕາມນັ້ນ, ສອງຝ່າຍດໍາເນີນການຮ່ວມມືໃນການໂຄສະນາເຜີຍແຜ່, ພັດທະນາບັນດາເນື້ອໃນໂຄສະນາເຜີຍແຜ່ການທ່ອງທ່ຽວຫວຽດນາມ ບົນ platform TikTok; ຄົ້ນຄວ້າສະເໜີສ້າງໂຄງການໂຄສະນາເຜີຍແຜ່ການທ່ອງທ່ຽວຫວຽດນາມ ເຖິງບັນດາຕະຫຼາດເປົ້າໝາຍ ຄື ຍີ່ປຸ່ນ, ສ.ເກົາຫຼີ, ໄທ, ອົດສະຕາລີ… ດ້ວຍ platform TikTok ໃນບັນດາໄລຍະຕໍ່ໄປ. ເປົ້າໝາຍຕົ້ນຕໍ່ ຂອງລາຍການໃນໄລຍະ 2019-2020 ແມ່ນສ້າງ 30.000 ເນື້ອໃນ video ສັ້ນເພື່ອໂຄສະນາເຜີຍແຜ່ສະຖານທີ່ທ່ອງທ່ຽວທີ່ສວຍງາມ, ວັດທະນະທໍາ ແລະຄົນຫວຽດນາມ ຮັບໃຊ້ຜູ້ຊົມກວ່າ 100 ລ້ານເທື່ອຄົນ. ສອງເດືອນເທື່ອໜຶ່ງ, ບັນດາຝ່າຍຈະປະຕິບັດລາຍການໂຄສະນາເຜີຍແຜ່ໃຫ້ໜຶ່ງແຂວງ ຫຼື ນະຄອນ, ເຂດເພື່ອແນໃສ່ໂຄສະນາເຜີຍແຜ່ບັນດາສະຖານທີ່, ຜະລິດຕະພັນທ່ອງທ່ຽວໃຫ້ທ້ອງຖິ່ນນັ້ນ.

ໂດຍ: ຈາງຫງວຽນ