leftcenterrightdel
ລາຍການສະແດງດົນຕີ “ດອກບົວແຫ່ງຄວາມສັກສິດ” ຖະຫວາຍວັນບຸນວິສາຂະບູຊາ Vesak. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ພິທີໄຂລາຍການສະແດງສິລະປະ, ພະອາຈານໃຫຍ່ ທິກຈິ໊ເຈີນ, ຫົວໜ້າຂະແໜງວັດທະນະທຳສະຫະພັນພຸດທະສາສະໜາຫວຽດນາມ ນະຄອນໂຮ່ຈີມິນ ເນັ້ນໜັກວ່າ: ລາຍການສະແດງດົນຕີ “ດອກບົວແຫ່ງຄວາມສັກສິດ” ມີຄວາມໝາຍຫວນຄືນວັນວິສາຂະບູຊາຂອງພະພຸດທະເຈົ້າ ແລະກໍ່ຕັກເຕືອນທຸກຄົນຈົ່ງສູ້ຊົນກາຍເປັນດອກບົວບໍລິສຸດ ເພື່ອໃຫ້ທຸກຄົນມີຄວາມສຸກສຳລານ, ບໍລິສຸດຜຸດຜ່ອງ, ສັນຕິພາບຂອງທຸກຄົນປະກອບສ່ວນສ້າງໂລກແຫ່ງສັນຕິພາບ, ມີຄວາມສຸກສຳລານ.

ລາຍການສະແດງດົນຕີໄດ້ຮັບການສະໜັບສະໜູນ, ເຂົ້າຮ່ວມຢ່າງສຸດອົກສຸດໃຈຂອງພຸດທະສາສະນິກກະຊົນນະຄອນໂຮ່ຈີມິນ ເປັນຈຳນວນຫຼວງຫຼາຍ.

ແຫຼ່ງຄັດຈາກ: vovworld.vn