ເຂົ້າຮ່ວມພິທີດັ່ງກ່າວມີທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີຫວຽດນາມ ພ້ອມກັບຜູ້ຕາງໜ້າບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນ; ຜູ້ຕາງໜ້າບັນດາຄະນະທຸຕານຸທູດ, ເອກອັກຄະລັດຖະທູດ ແລະປະຊາຊົນ, ນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດຫຼາຍພັນຄົນ.

leftcenterrightdel
ລາຍການສະແດງສິລະປະໃນພິທີໄຂ. ພາບ: qdnd.vn.

ລາຍການສະແດງສິລະປະໃນຄໍ່າຄືນໄຂປີທ່ອງທ່ຽວແຫ່ງຊາດ 2019 ແລະງານ Festival ທະເລຍາຈາງ-ແຄ໊ງຮ່ວາ ລວມມີ 2 ພາກສ່ວນ: “ແຄ໊ງຮ່ວາ-ແຫ່ງເຕົ້າໂຮມສິ່ງຍອດຍິ່ງ” ແລະ “ຍາຈາງ-ສີສັນຂອງທະເລ”, ດ້ວຍການເຂົ້າຮ່ວມຂອງນັກຮ້ອງ, ນັກສະແດງ, ນາງແບບທີ່ມາຈາກຮ່າໂນ້ຍ, ນະຄອນໂຮ່ຈີມິນ, ແຄ໊ງຮ່ວາ… ປະມານ 1.400 ຄົນ.

ປີທ່ອງທ່ຽວແຫ່ງຊາດ 2019 ໂດຍແຂວງແຄ໊ງຮ່ວາ ເປັນເຈົ້າພາບຈັດຕັ້ງຈະມີເກືອບ 100 ການເຄື່ອນໄຫວ,  ເຫດການວັດທະນະທໍາ, ກິລາ ແລະທ່ອງທ່ຽວດໍາເນີນໃນຕະຫຼອດປີ 2019.

ໂດຍ: ຈາງຫງວຽນ