ຍ້ອນປະຕິບັດວຽກງານກະກຽມ, ສົມທົບກັນລະຫວ່າງກໍາລັງຕ່າງໆເປັນຢ່າງດີ. ສະນັ້ນ, ເນື່ອງໃນໂອກາດວັນພັກວັນທີ 30 ເມສາ ແລະວັນທີ 1 ພຶດສະພາ, ກອງບັນຊາການປ້ອງກັນສຸສານປະທານໂຮ່ຈີມິນ ໄດ້ຕ້ອນຮັບ, ຮັບໃຊ້ແຂກທ່ອງທ່ຽວເຂົ້າໄຫວ້ອາໄລປະທານໂຮ່ຈີມິນ 45.615 ເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວຕ່າງປະເທດ 4.658 ເທື່ອຄົນຢ່າງຮອບຄອບຖີ່ຖ້ວນ, ປອດໄພ.

leftcenterrightdel
ແຂກທ່ອງທ່ຽວເຂົ້າສຸສານໄຫວ້ອາໄລປະທານໂຮ່ຈີມິນ ເນື່ອງໃນໂອກາດວັນທີ 30 ເມສາ ແລະວັນທີ 1 ພຶດສະພາ. ພາບ: vtv.vn.

ເພື່ອໃຫ້ການຕ້ອນຮັບພໍ່ແມ່ປະຊາຊົນ, ແຂກທ່ອງທ່ຽວຕ່າງປະເທດໄດ້ຢ່າງເອື້ອເຟື້ອ, ສົມກຽດ, ສີວິໄລ, ສຸພາບ, ຮັບປະກັນຄວາມປອດໄພຢ່າງເດັດຂາດ, ກອງບັນຊາການປ້ອງກັນສຸສານປະທານໂຮ່ຈີມິນ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ຈັດຕັ້ງການປະດັບປະດາທັດສະນີຍະພາບ, ສະຖານທີ່ຢ່າງສະອາດ, ສວຍງາມ, ພ້ອມທັງຜັນຂະຫຍາຍບັນດາວິທີການປົກປັກຮັກສາ, ດັດປັບການຄົມມະນາຄົມ ແລະຂະບວນຄົນເຂົ້າສຸສານໃຫ້ສອດຄ່ອງ, ສະນັ້ນບໍ່ເກີດສະພາບຕິດຂັດໃນເຂດ. ພິເສດແມ່ນໃນສອງວັນທີ 30 ເມສາ ແລະວັນທີ 1 ພຶດສະພາ, ກົມກອງໄດ້ຈັດຕັ້ງການແຈກນໍ້າດື່ມ ແລະເຂົ້າຈີ່ໂດຍບໍ່ເສຍຄ່າໃຫ້ແກ່ແຂກທ່ອງທ່ຽວເມື່ອມາໄຫວ້ອາໄລປະທານ ໂຮ່ຈີມິນ.

ໂດຍ: ເກື່ອງດັ້ງ