leftcenterrightdel
ທ່ານນາງ ຫງວຽນທິແທງ ເລຂາພັກແຂວງນິງບິ່ງ ຕີກອງໄຂງານບຸນ. ພາບ: ສໍານັກຂ່າວສານຫວຽດນາມ.

ດ້ວຍຫົວຂໍ້ “ເຕົ້າໂຮມສິ່ງຍອດຍິ່ງຢູ່ເຂດເມືອງຫີນເກົ່າແກ່”, ງານບຸນ ຈ່າງອານ ປີ 2019 ໄດ້ວາດພາບຄືນປະຫວັດສາດຫວຽດນາມ ຜ່ານບັນດາສະໄໝລາຊະວົງ ດິງ, ເລ, ລີ໋, ເຈິ່ນ ຢູ່ເມືອງຫຼວງເກົ່າ ເຊິ່ງເປັນຖານທີ່ໝັ້ນຕ້ານສັດຕູຜູ້ຮຸກຮານ.

leftcenterrightdel
ງານບຸນດຶງດູດແຂກທ່ອງທ່ຽວເຂົ້າຮ່ວມຢ່າງຫຼວງຫຼາຍ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ງານບຸນມີການເຄື່ອນໄຫວທາງດ້ານວັດທະນະທໍາທີ່ເປັນເອກະລັກສະເພາະຫຼາຍຢ່າງ. ພາບ: ສໍານັກຂ່າວສານຫວຽດນາມ.

ສຳລັບພິທີລວມມີບັນດາການເຄື່ອນໄຫວແຫ່ມັງກອນເທິງແມ່ນໍ້າ, ເຄື່ອນຍ້າຍຜ່ານຖໍ້າຕ່າງໆເຖິງວິຫານຊ໋ວຍຕຽນ, ພິທີແຫ່ນໍ້າ, ພິທີຖະຫວາຍທູບທຽນ ພະອໍລະຫັນ ກຸຍມິງດ້າຍເວືອງ. ສ່ວນງານບຸນ, ບັນດາຜູ້ແທນ ແລະແຂກທ່ອງທ່ຽວເຄື່ອນຍ້າຍຈາກທ່າເຮືອ ຈ່າງອານ ໄປເຖິງວິຫານຊ໋ວຍຕຽນ ດ້ວຍບັນດາການເຄື່ອນໄຫວທີ່ອຸດົມສົມບູນ ແລະເປັນເອກະລັກສະເພາະທີ່ແນະນໍາກ່ຽວກັບຄຸນຄ່າວັດທະນະທໍາ ແລະທໍາມະຊາດໂລກ ຈ່າງອານ.

ໂດຍ: ໄຊຊະນະ