ນີ້ແມ່ນໂອກາດ ເພື່ອໃຫ້ໄວໜຸ່ມນະຄອນໂຮ່ຈີມິນ, ນັກສຶກສາລາວ, ກໍາປູເຈຍ ມີໂອກາດພົບປະແລກປ່ຽນ, ຊອກຮູ້ກ່ຽວກັບປະຫວັດສາດແຫ່ງການພົວພັນຫວຽດນາມ - ລາວ - ກໍາປູເຈຍ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີທີ່ເປັນມູນເຊື້ອ, ສາຍພົວພັນມິດຕະພາບລະຫວ່າງຊາວໜຸ່ມສາມປະເທດ.

leftcenterrightdel
ລາຍການສະແດງສິລະປະທີ່ເປັນເອກະລັກຢູ່ວັນບຸນ. ພາບ: ຮຸ່ງຄວາ.

ເຂົ້າຮ່ວມວັນບຸນນີ້, ມີນັກສຶກສາສາມປະເທດຫຼາຍຮ້ອຍຄົນໄດ້ພ້ອມກັນເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງ, ຫຼາຍສີສັນ, ເຊື່ອມຕົວເຂົ້າບັນຍາກາດງານບຸນທີ່ເຕັມໄປດ້ວຍຄວາມເບີກບານ, ຟົດຟື້ນມ່ວນຊື່ນ. ລາຍການສະແດງບັນດາວາດຟ້ອນ, ຂັບລຳເພງພື້ນເມືອງຂອງສາມຊາດ ແລະລາຍການສະແດງຊຸດເສື້ອຍາວຫວຽດນາມ ໄດ້ດຶງດູດນັກສຶກສາເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. ຄະນະຈັດຕັ້ງວັນບຸນຍັງໄດ້ຈັດຕັ້ງການພົບປະແລກປ່ຽນວັດທະນະທໍາ, ການແຂ່ງຂັນກິລາດ້ວຍບັນດາເກມຫຼີ້ນຄື: ແລ່ນ, ຍູ້ໄມ້, ດຶງເຊືອກ...

ພິເສດ, ວັນບຸນກໍໄດ້ດໍາເນີນພິທີສູ່ຂວັນ, ເຊິ່ງແມ່ນປະເພນີທີ່ເປັນມູນເຊື້ອ ແລະໄດ້ມີມາແຕ່ດົນນານ, ນຳມາເຊິ່ງຈຸດຄວາມງາມວັດທະນະທໍາດ້ານຈິດໃຈຂອງປະຊາຊົນລາວ ແລະກໍາປູເຈຍ, ເພື່ອແນໃສ່ອວຍພອນໃຫ້ມີຄວາມສະຫງົບສຸກ, ມີສຸຂະພາບແຂງແຮງ ແລະຮັດແໜ້ນນໍ້າໃຈຮັກແພງກັນລະຫວ່າງບັນດາຝ່າຍ.

 

ໂດຍ: ດັ້ງເກື່ອງ