ໂຄງການເລີ່ມຕົ້ນນັບແຕ່ເດືອນກຸມພາ 2019 ແລະຈະຜັນຂະຫຍາຍເປັນເວລາ 12 ເດືອນ. ດ້ວຍການສຸມໃສ່ເຂົ້າການແກ່ງແຍ້ງຂອງບັນດາສະຖານທີ່ທ່ອງທ່ຽວ, ໂຄງການເພື່ອແນໃສ່ຊ່ວຍ ຫວຽດນາມ ມີຖານະທີ່ຕັ້ງດີກວ່າໃນຕະຫຼາດທ່ອງທ່ຽວສາກົນ, ໂຄງການຈະສົມທົບກັບ TAB ສ້າງຊຸດດັດຊະນີແກ່ງແຍ້ງສະຖານທີ່ທ່ອງທ່ຽວ ທີ່ມີຄວາມຈໍາເປັນໃຫ້ແກ່ການພັດທະນາແບບຍືນຍົງຂອງຂະແໜງທ່ອງທ່ຽວ.

leftcenterrightdel
ການປະຊຸມຂ່າວແນະນໍາໂຄງການ. ພາບ: thoibaotaichinhvietnam.vn.

ໂຄງການຈະຜັນຂະຫຍາຍໃຫ້ຄໍາປຶກສາ ກັບບັນດາອົງການຄຸ້ມຄອງ ແລະກຸ່ມວິສາຫະກິດ. ບັນດາການເຄື່ອນໄຫວລວມມີ: ການສົນທະນາທັງພາກລັດ-ເອກະຊົນ, ກອງປະຊຸມສຳມະນາໃຫ້ຄໍາປຶກສາ, ໂຄງການຝຶກອົບຮົມ ແລະທົດລອງຊຸດດັດຊະນີແກ່ງແຍ້ງຢູ່ສະຖານທີ່ທ່ອງທ່ຽວແຖວໜ້າ 5 ແຫ່ງ.

ໂດຍ: ທູຈາງ