ວັນທີ 12 ມັງກອນ, ວິທະຍາຄານການແພດສືບຕໍ່ທົດລອງສັກວັກຊິນກັນໂຄວິດ - 19 Nanocovax ທີ່ມີປະລິມານ 75mcg ໃຫ້ນັກອາສາສະໝັກ 3 ຄົນ. ນີ້ແມ່ນກຸ່ມນັກອາສາສະໝັກ 20 ຄົນສຸດທ້າຍທີ່ເຂົ້າຮ່ວມການທົດລອງສັກວັກຊິນ Nanocovax ປະລິມານ 75 mcg ໄລຍະທີ 1 ໂດຍບໍລິສັດ Nanogen ຜະລິດ.

leftcenterrightdel
ນັກອາສາສະໝັກລົງທະບຽນເຂົ້າຮ່ວມການທົດລອງສັກວັກຊິນກັນໂຄວິດ-19 Nanocovax ຢູ່ວິທະຍາຄານການແພດ. ພາບ: qdnd.vn

ໃນໄລຍະທີ 1, ວັກຊິນກັນໂຄວິດ-19 Nanocovax ໄດ້ສັກທົດລອງໃຫ້ນັກອາສາສະໝັກ 60 ຄົນໃນເວລາ 4 ເດືອນ, ໂດຍໄດ້ແບ່ງອອກເປັນ 3 ກຸ່ມ: ກຸ່ມທີ 1 ສັກໃນປະລິມານ 25mcg, ກຸ່ມທີ 2 ແມ່ນ 50mcg ແລະກຸ່ມທີ 3 ແມ່ນ 75mcg. ເມື່ອດຳເນີນມາໄດ້ເຄິ່ງໄລຍະທາງ, ກຸ່ມຄົ້ນຄວ້າຈະສືບຕໍ່ໄລຍະທີ 2 ຕື່ມອີກ 4 ເດືອນ, ຫຼັງຈາກນັ້ນ ຈຶ່ງສືບຕໍ່ໄລຍະທີ 3 ແມ່ນຈະແກ່ຍາວ 6 ເດືອນໃນກຸ່ມນັກອາສາສະໝັກ 10.000-30.000 ຄົນ. ຄາດວ່າ ໃນທ້າຍປີ 2021, ຫວຽດນາມ ຈະມີຂໍ້ມູນຄົ້ນຄວ້າໃນເບື້ອງຕົ້ນຢ່າງພຽງພໍ ກ່ອນທີ່ຈະຕົກລົງສັກວັກຊິນໃຫ້ປະຊາຊົນ.

ໂດຍ: ກວຽດເຕິມ