ທ່ານ ຫງວຽນໂດ້ແອັງຕວ໊ນ, ຫົວໜ້າກົມຮ່ວມມືສາກົນ, ກະຊວງກະສິກໍາ ແລະພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ແມ່ນປະເທດທີ່ມີພື້ນຖານກະສິກໍາພັດທະນາດີພໍສົມຄວນ, ມູນຄ່າສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳເພີ່ມຂຶ້ນສູງຢ່າງລຽນຕິດ. ຫວຽດນາມ ມີທ່າແຮງດ້ວຍຜະລິດຕະພັນ, ຄື: ເຂົ້າສານ, ກາເຟ, ຢາງພາລາ, ໝາກມ່ວງຫິມະພານ, ໝາກພິກໄທ, ຊາ, ໝາກໄມ້...

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນໂດ້ແອັງຕວ໊ນ ກໍ່ສະແດງຄວາມປາດຖະໜາວ່າ ບັນດາຄູ່ຮ່ວມມືຂອງອຽກລັງ ເພີ່ມທະວີການຮ່ວມມືກັບຫວຽດນາມ ໃນການຍົກສູງຄວາມສາມາດຄຸ້ມຄອງ, ບໍາລຸງສ້າງ, ແບ່ງປັນບົດຮຽນໃນການພັດທະນາກະສິກໍາສີຂຽວ, ກະສິກໍາວົງຈອນ, ການປ່ອຍກາກບອນຢູ່ລະດັບຕໍ່າ, ສ້າງລະບົບຄຸ້ມຄອງທັນຍາຫານທີ່ປອດໄພ, ມີຄວາມສາມາດຊອກຫາຕົ້ນກຳເນີດ, ພັດທະນາການລ້ຽງສັດ, ໃນນັ້ນມີງົວນົມ, ການຫັນປ່ຽນດີຈີຕອນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ໂດຍ: ທູຈາງ