leftcenterrightdel
ພາບປະກອບຄັດຈາກ: kpl.gov.la

ວັນ​ທີ 5 ​ກັນຍາ​, ທ່ານ Chalermchai Sri-on ລັດຖະມົນຕີກະຊວງກະສິກຳ ແລະສະຫະກອນໄທ ໃຫ້ຮູ້ວ່າ: ໄທ ແລະ ຫວຽດນາມ ໄດ້ຕົກລົງເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືເພີ່ມລາຄາເຂົ້າສານສົ່ງອອກຮັບປະກັນຄວາມຍຸຕິທຳ ໃນສະພາບການລາຍຈ່າຍ ໃນການຜະລິດເພີ່ມຂຶ້ນສູງ ໂດຍກຸ່ມປະຕິບັດງານພິເສດຂອງໄທ ແລະຫວຽດນາມ ຈະຈັດກອງປະຊຸມເພື່ອປຶກສາຫາລືລາຍລະອຽດກ່ຽວກັບຂໍ້ຕົກລົງຮ່ວມມືດ້ວຍຈຸດໝາຍເປັນເອກະພາບໃນບັນດາບາດກ້າວຜັນຂະຫຍາຍມຸ່ງໄປເຖິງການເພີ່ມລາຄາເຂົ້າສານໃຫ້ເໝາະສົມດ້ວຍລາຍຈ່າຍໃນການຜະລິດເພີ່ມຂຶ້ນສູງໃນຕໍ່ໜ້າ.

ສຳລັບໃນໄລຍະຍາວ, ໄທ ແລະ ຫວຽດນາມ ຈະສະເໜີ ອິນເດຍ ແລະອີກຫຼາຍປະເທດສົ່ງອອກເຂົ້າສານອື່ນໆເພີ່ມທະວີການຮ່ວມມື, ແທນທີ່ແກ່ງແຍ້ງເພື່ອດັດປັບລາຄາເຂົ້າສານສົ່ງອອກຢູ່ໃນລະດັບເໝາະສົມ. ປະຈຸບັນ, ໄທ ແມ່ນປະເທດສົ່ງອອກ ເຂົ້າສານຢືນຢູ່ອັນດັບ 3 ໃນໂລກ, ຖັດຈາກ ອິນເດຍ ແລະຫວຽດນາມ ​ແລະໄດ້ວາງຄາດໝາຍສົ່ງອອກເຂົ້າສານ 7 ລ້ານໂຕນ ພາຍໃນປີນີ້.

ເນື້ອໃນ: ຂປລ