ໃນນັ້ນ, ໝາກຜົນແຫ່ງການຮ່ວມມືດ້ານວັດທະນະທຳ - ສັງຄົມໄດ້ ແລະພວມສ້າງຂີດໝາຍ ເພື່ອຢັ້ງຢືນອີກເທື່ອໜຶ່ງສາຍພົວພັນບໍລິສຸດຜຸດຜ່ອງລະຫວ່າງສອງທ້ອງຖິ່ນ.

ກ່ອນນີ້ 3 ກວ່າປີ, ໂດຍເຫັນໄດ້ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບອັນໃຫຍ່ຫຼວງ ແລະຄວາມສາມາດເຊື່ອມຕໍ່ເພື່ອຂຸດຄົ້ນການພັດທະນາການທ່ອງທ່ຽວ, ແຂວງແທງຮວ໋າ ໄດ້ຊີ້ນຳບັນດາຂະແໜງການ, ທ້ອງຖິ່ນ, ຫົວໜ່ວຍກໍ່ສ້າງ ແລະຈັດຕັ້ງປະກາດລາຍການທ່ອງທ່ຽວ ກວານເຊີນ - ວຽງໄຊ (ແຂວງ ຫົວພັນ). ການປະກາດ  ແລະນໍາເຂົ້າຂຸດຄົ້ນລາຍການທ່ອງທ່ຽວ ກວານເຊີນ - ວຽງໄຊ ເພື່ອແນໃສ່ໂຄສະນາຄວາມສາມາດບົ່ມຊົ່ນຊ້ອນການທ່ອງທ່ຽວ ຫຼືຄວາມງາມຂອງຜືນແຜ່ນດິນ ແລະປະຊາຊົນສອງທ້ອງຖິ່ນ, ເປີດກາລະໂອກາດດຶງດູດການລົງທຶນພື້ນຖານໂຄງລ່າງ ແລະພື້ນຖານວັດຖຸສະຖານທີ່ທ່ອງທ່ຽວ.

leftcenterrightdel
ວາດຟ້ອນພື້ນເມືອງຂອງປະເທດເພື່ອນມິດລາວ ທີ່ສະແດງຢູ່ງານບູນເມືອງເຊ ແລະປະກາດນໍາເຂົ້າຂຸດຄົ້ນລາຍການທ່ອງທ່ຽວ ກວານເຊີນ - ວຽງໄຊ. ພາບ: ຄອຍງວຽນ

ອາດເວົ້າໄດ້ວ່າ ການຮ່ວມມືພັດທະນາການທ່ອງທ່ຽວເປັນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງແຂວງແທງຮວ໋າ - ຫົວພັນ ນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນ. ໃນຊຸມປີຜ່ານມາ, ພ້ອມກັບການຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ສອງແຂວງແທງຮວ໋າ - ຫົວພັນ ໄດ້ເອົາໃຈໃສ່ເປັນພິເສດຍູ້ແຮງການຮ່ວມມືດ້ານວັດທະນະທຳ, ການສຶກສາ, ສາທາລະນະສຸກ... ພ້ອມກັນນັ້ນ, ໂດຍໄດ້ຮັບການຊ່ວຍເຫຼືອ ແລະໜູນຊ່ວຍຢ່າງຕັ້ງໜ້າຂອງບັນດາແຂວງປະເທດເພື່ອນລາວ, ແທງຮວ໋າ ໄດ້ດຳເນີນການຊອກຫາ, ຂຸດຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ນັບພັນອັດຖິ ກັບຄືນປະເທດ.

ສິ່ງດັ່ງກ່າວສະແດງໃຫ້ເຫັນສາຍພົວພັນຮ່ວມມືອັນດີງາມລະຫວ່າງສອງແຂວງໃນຊຸມປີຜ່ານມານີ້ແມ່ນການສຶກສາ - ບໍາລຸງສ້າງ ແລະພັດທະນາຊັບພະຍາກອນມະນຸດ. ໄລ່ສະເພາະໄລຍະ 2011-2016, ແຂວງ ແທງຮວ໋າ ໄດ້ຮັບ ແລະບຳລຸງສ້າງນັກສຶກສາລາວ 538 ຄົນທີ່ມາຈາກແຂວງຫົວພັນ ແລະແຂວງຊຽງຂວາງ ເພື່ອຮຽນຂະແໜງເສດຖະກິດ, ການເງິນ, ສ້າງຄູ.… ປະກອບສ່ວນຍົກສູງປະສິດທິຜົນວຽກງານ ແລະຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການແຫ່ງການປ່ຽນແປງໃໝ່ຂອງສອງແຂວງ ແລະສອງປະເທດ.

ພິເສດແມ່ນໃນປີ 2021, ໂດຍອີງໃສ່ຄວາມຕ້ອງການພັດທະນາຊັບພະຍາກອນມະນຸດ, ຍົກສູງຄຸນນະພາບພະນັກງານ, ພະນັກງານຫຼັກແຫຼ່ງທຸກຂັ້ນ, ທຸກຂະແໜງຂອງແຂວງຫົວພັນ, ແຂວງແທງຮວ໋າ ໄດ້ໜູນຊ່ວຍບຳລຸງສ້າງ ແລະບຳລຸງດ້ານທິດສະດີການເມືອງໃຫ້ແກ່ພະນັກງານ ແລະບຳລຸງສ້າງຂັ້ນວິທະຍາໄລ, ມະຫາວິທະຍາໄລ, ປະລິນຍາໂທໃຫ້ແກ່ນັກຮຽນ, ນັກສຶກສາແຂວງຫົວພັນ. ໄລ່ຮອດວັນທີ 31 ທັນວາ 2021, ໄດ້ມີນັກສຶກສາລາວ 466 ຄົນຮຽນຢູ່ມະຫາວິທະຍາໄລ ແລະວິທະຍາໄລແຂວງ ແທງຮວ໋າ. ນອກຈາກນັ້ນ, ໃນປີ 2021, ແຂວງ ແທງຮວ໋າ ຍັງໄດ້ຮັບ ແລະໜູນຊ່ວຍທຶນສຶກສາໃຫ້ນັກສໍາມະນາກອນ 45 ຄົນ ເຊິ່ງເປັນການນຳ ແລະຜູ້ຄຸ້ມຄອງຂັ້ນຫ້ອງການຂອງແຂວງຫົວພັນ.

ຄຽງຄູ່ກັບບັນດາຜົນງານດີເດັ່ນດ້ານການສຶກສາ ແລະບຳລຸງສ້າງ, ໃນປີ 2021, ຂະແໜງສາທາລະນະສຸກແຂວງ ແທງຮວ໋າ ກໍ່ຈັດຕັ້ງການຮັບ ແລະສົ່ງເສີມສຸຂະພາບໃຫ້ພະນັກງານ, ປະຊາຊົນແຂວງຫົວພັນ ມາກວດ, ປິ່ນປົວພະຍາດຢູ່ໂຮງໝໍຫຼາຍຂະແໜງແຂວງ ແລະໂຮງໝໍຫຼາຍຂະແໜງເມືອງເມືອງລາດ 13 ເທື່ອ, ດ້ວຍຈຳນວນເງິນໜູນຊ່ວຍ 117 ລ້ານດົ່ງຈາກງົບປະມານແຫ່ງລັດ.

ເພື່ອສືບຕໍ່ຊຸກຍູ້ ແລະຍົກສູງປະສິດທິຜົນການຮ່ວມມືດ້ານວັດທະນະທຳ - ສັງຄົມ, ປະກອບສ່ວນສ້າງຄວາມສາມັກຄີລະຫວ່າງສອງທ້ອງຖິ່ນ, ໃນໄລຍະຈະມາເຖິງ, ແຂວງແທງຮວ໋າ ແລະແຂວງຫົວພັນ ສືບຕໍ່ສະໜອງທຶນສຶກສາ ແລະສ້າງເງື່ອນໄຂໃຫ້ພະນັກງານ, ນັກຮຽນ ແລະນັກສຶກສາມາຮໍ່າຮຽນ ແລະຄົ້ນຄວ້າຢູ່ແຕ່ລະປະເທດ.

ນອກຈາກນັ້ນ, ສອງຝ່າຍກໍ່ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ-ສິລະປະ, ກິລາ-ກາຍະກໍາ, ສົ່ງເສີມການທ່ອງທ່ຽວ… ເນື່ອງໃນໂອກາດວັນບຸນສຳຄັນຕ່າງໆຂອງສອງປະເທດ ແລະສອງແຂວງ; ຈັດຕັ້ງກອງປະຊຸມສຳມະນາ, ກິດຈະກຳວັດທະນະທຳ ແລະທ່ອງທ່ຽວ ເພື່ອແນໃສ່ແນະນຳ ແລະໂຄສະນາການທ່ອງທ່ຽວແຂວງແທງຮວ໋າ ຢູ່ແຂວງຫົວພັນ ແລະແນະນຳ ແລະໂຄສະນາການທ່ອງທ່ຽວແຂວງຫົວພັນ ຢູ່ແຂວງແທງຮວ໋າ.

ໃນຂົງເຂດສາທາລະນະສຸກ, ແຂວງແທງຮວ໋າ ສືບຕໍ່ໜູນຊ່ວຍວຽກງານກວດ ແລະປິ່ນປົວພະຍາດໃຫ້ແກ່ພະນັກງານ ແລະປະຊາຊົນແຂວງຫົວພັນ ຢູ່ແຂວງແທງຮ໋ວາ ຕາມຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງສອງແຂວງ. ໃນໄລຍະ 2021-2025, ແຂວງແທງຮວ໋າ ສືບຕໍ່ໜູນຊ່ວຍແຂວງຫົວພັນ ດ້ວຍຈຳນວນເງິນ 317,878 ຕື້ດົ່ງ ເພື່ອລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ບຳລຸງສ້າງນັກສຶກສາແຂວງຫົວພັນ, ກວດ, ປິ່ນປົວພະຍາດໃຫ້ບັນດາພະນັກງານ ແລະປະຊາຊົນແຂວງຫົວພັນ ຢູ່ ແທງຮວ໋າ.

ອາດຢັ້ງຢືນໄດ້ວ່າ ການຊຸກຍູ້ການພົວພັນຮ່ວມມືດ້ານວັດທະນະທຳ-ສັງຄົມ ແລະບັນດາໝາກຜົນສຳຄັນທີ່ບັນລຸໄດ້, ໄດ້ປະກອບສ່ວນນຳການພົວພັນຮ່ວມມືລະຫວ່າງສອງແຂວງ ແທງຮວ໋າ - ຫົວພັນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

ໂດຍ: ທະນາພອນ