leftcenterrightdel
ທ່ານ ຟານວັນມ໊າຍ ຕ້ອນຮັບທ່ານ Tan See Leng. ພາບ: ຊວນຢຸຍ

ທີ່ການຕ້ອນຮັບ, ທ່ານ ຟານວັນມ໊າຍ ຢັ້ງຢືນວ່າ ສາຍພົວພັນຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະສິງກະໂປ ບໍ່ພຽງແຕ່ນໍາມາເຊິ່ງຜົນປະໂຫຍດໃຫ້ນະຄອນເທົ່ານັ້ນ ຫາກຍັງແມ່ນປັດໄຈສຳຄັນປະກອບສ່ວນເຂົ້າໃນການພັດທະນາລວມຂອງການພົວພັນ ຫວຽດນາມ-ສິງກະໂປ ອີກດ້ວຍ. ຄຽງຂ້າງບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ການກໍ່ສ້າງນະຄອນອັດສະລິຍະ, ການຄຸ້ມຄອງຕົວເມືອງ, ເສດຖະກິດສີຂຽວ, ນະຄອນໂຮ່ຈີມິນ ປາດຖະໜາວ່າ ສິງກະໂປ ຈະເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນໃນຂົງເຂດພັດທະນາຊັບພະຍາກອນມະນຸດ; ພັດທະນາວິສາຫະກິດເລີ່ມທຸລະກິດປະດິດສ້າງ, ຊ່ວຍນະຄອນໂຮ່ຈີມິນ ສາມາດກາຍເປັນສູນເລີ່ມທຸລະກິດປະດິດສ້າງຂອງປະເທດຊາດ ແລະພາກພື້ນ.

ສ່ວນທ່ານ Tan See Leng ໃຫ້ຮູ້ວ່າ ສິງກະໂປ ປາດຖະໜາ ແລະພ້ອມແລ້ວທີ່ຈະຮ່ວມມື, ແລກປ່ຽນແບ່ງປັນບົດຮຽນກັບນະຄອນໂຮ່ຈີມິນ ໃນຂົງເຂດພັດທະນາຊັບພະຍາກອນມະນຸດ. ທ່ານ Tan See Leng ກໍ່ຕີລາຄາສູງລະດັບຄວາມຮູ້, ກໍາລັງປະດິດສ້າງຂອງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຂອງນະຄອນໂຮ່ຈີມິນ ແລະຢັ້ງຢືນ ພ້ອມແລ້ວທີ່ຈະສົມທົບກັນ, ແບ່ງປັນບົດຮຽນໃນຂົງເຂດປ່ຽນແປງໃໝ່ປະດິດສ້າງ, ຊ່ວຍນະຄອນໂຮ່ຈີມິນ ໜູນຊ່ວຍພັດທະນາການເລີ່ມທຸລະກິດປະດິດສ້າງ, ສ້າງລະບົບຊີວະພາບເລີ່ມທຸລະກິດ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງນະຄອນໂຮ່ຈີມິນ.

ໂດຍ: ເຈິ່ນຮວ່ຽນ