ທ່ານ ດັ້ງຮວ່າງອານ ຮອງລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າຫວຽດນາມ ເປັນຫົວໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມການສົນທະນາດັ່ງກ່າວ. ສ່ວນຝ່າຍອາເມລິກາ ແມ່ນທ່ານ Harry Kamian ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດຮັບຜິດຊອບດ້ານພະລັງງານ ຂອງກະຊວງການຕ່າງປະເທດອາເມລິກາ ເປັນຫົວໜ້າຄະນະ.

leftcenterrightdel
ການສົນທະນາປະຈຳປີຄວາມໝັ້ນຄົງດ້ານພະລັງງານຫວຽດນາມ-ອາເມລິກາ ຄັ້ງທີ 4. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການສົນທະນາ, ສອງຝ່າຍໄດ້ປຶກສາຫາລືຢ່າງລະອຽດກ່ຽວກັບບັນດາເຕັກໂນໂລຢີພະລັງງານສະອາດ, ຄື: hydrogen, ຖ່ານເກັບພະລັງງານ, ພະລັງງານນິວເຄຼຍ, ກໍ່ຄືບັນດາແຜນການທີ່ຈຳເປັນເພື່ອຊຸກຍູ້ການຫັນເປັນພະລັງງານເພື່ອແນໃສ່ບັນລຸໄດ້ເປົ້າໝາຍປ່ອຍອາຍພິດລົງລະດັບ 0 ໃນປີ 2050.

ກຸ່ມບໍລິສັດ AES ຫວັງວ່າ ການຜັນຂະຫຍາຍໂຄງການໄຟຟ້າແຮງລົມຢູ່ກາງທະເລ ຈະປະກອບສ່ວນເຂົ້າໃນແຜນການຫຼຸດຜ່ອນການປ່ອຍກາກບອນຂອງຫວຽດນາມ ແລະບັນລຸເປົ້າໝາຍທີ່ໄດ້ໃຫ້ຄຳໝັ້ນສັນຍາຢູ່ກອງປະຊຸມ COP 26. ອົງການການຄ້າ ແລະພັດທະນາອາເມລິກາ ໄດ້ປະກາດຈະໜູນຊ່ວຍດ້ານເຕັກນິກໃຫ້ແກ່ບໍລິສັດໃຫຍ່ສົ່ງໄຟຟ້າແຫ່ງຊາດຫວຽດນາມ ເພື່ອແນໃສ່ຊຸກຍູ້ການຜັນຂະຫຍາຍເຕັກໂນໂລຢີຕາໜ່າງໄຟຟ້າອັດສະລິຍະຕາມຂັ້ນຕອນເຕັກໂນໂລຢີຂໍ້ມູນຂ່າວສານ 2.0 ຂອງກຸ່ມບໍລິສັດໄຟຟ້າ ຫວຽດນາມ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ