ກ່າວຄໍາເຫັນທີ່ການພົບປະ, ທ່ານ ຟານຈີ໊ແທ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ໄທ ໃຫ້ຮູ້ວ່າ ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ສວມບົດບາດສໍາຄັນໃນການພັດທະນາເສດຖະກິດຂອງຫວຽດນາມ. ຫວຽດນາມ ຖືການພັດທະນາແບບຍືນຍົງເປັນຈຸດສຸມ, ຕາມນັ້ນແລ້ວ ຈະສົ່ງເສີມບັນດາແຫຼ່ງ FDI ເຕັກໂນໂລຢີສູງ, ເປັນມິດກັບສິ່ງແວດລ້ອມໃນຫຼາຍຂົງເຂດ, ຄື: ພື້ນຖານໂຄງລ່າງ, ພະລັງງານທົດແທນ, ກະສິກໍາເຕັກໂນໂລຢີສູງ, ເອເລັກໂຕນິກ... ບັນດານັກລົງທຶນຕ່າງປະເທດເຂົ້າຫວຽດນາມ ຈະໄດ້ຮັບບຸລິມະສິດພິເສດ, ເງື່ອນໄຂສະດວກຜ່ານກົນໄກ, ນະໂຍບາຍຕ່າງໆ...

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເອກອັກຄະລັດຖະທູດ ຟານຈີ໊ແທ່ງ ຖືວ່າ ນີ້ແມ່ນຈຸດເວລາທີ່ເໝາະສົມ ເພື່ອໃຫ້ບັນດາວິສາຫະກິດໄທ ເລັ່ງຜັນຂະຫຍາຍການເຄື່ອນໄຫວລົງທຶນ, ດໍາເນີນທຸລະກິດຢູ່ຕະຫຼາດຫວຽດນາມ ພາຍຫຼັງ 2 ປີ ທີ່ຂາດຕິດຂາດຕອນຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19. ທ່ານ ຟານຈີ໊ແທ່ງ ສະເໜີບັນດາວິສາຫະກິດຕັ້ງໜ້າຊອກຮູ້ສະພາບແວດລ້ອມແຫ່ງການລົງທຶນຢູ່ຫວຽດນາມ, ຮຽກຮ້ອງການລົງທຶນເຂົ້າໃນບັນດາຂົງເຂດ ເຊິ່ງຫວຽດນາມ ມີຄວາມຕ້ອງການ, ຄື: ພະລັງງານທົດແທນ, ກະສິກໍາເຕັກໂນໂລຢີສູງ, ໂຄງລ່າງອຸດສາຫະກໍາ, ສິ່ງແວດລ້ອມ...  

ສ່ວນທ່ານ Kongkiat Opaswongkarn ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Asia Plus Group Holdings PCL ຢັ້ງຢືນວ່າ ຫວຽດນາມ ກໍາລັງເປັນຈຸດພົ້ນເດັ່ນໃນການດຶງດູດ FDI, ພິເສດແມ່ນບັນດາແຫຼ່ງ FDI ທີ່ມີຄຸນນະພາບສູງ. ນອກນັ້ນ ທ່ານ Kongkiat ຍັງໄດ້ກ່າວແຈ້ງກ່ຽວກັບແຜນການຈັດຕັ້ງຄະນະວິສາຫະກິດໃຫຍ່ຂອງໄທ ໄປຢ້ຽມຢາມນະຄອນໂຮ່ຈີມິນ ເພື່ອເຊື່ອມຕໍ່ການລົງທຶນໃນເດືອນສິງຫາ. ຄາດວ່າ ຄະນະມີນັກທຸລະກິດປະມານ 40 ຄົນ ທ່ີມາຈາກບັນດາວິສາຫະກິດໄທ ທີ່ເຄື່ອນໄຫວໃນຂົງເຂດພະລັງງານ, ເຕັກໂນໂລຢີ, ກະສິກໍາ ແລະພື້ນຖານໂຄງລ່າງ.

ໂດຍ: ໄຊຊະນະ