leftcenterrightdel
ຜູ້ແທນເຂົ້າຮ່ວມພິທີໄຂເວທີປາໄສຮ່ວມມື ຫວຽດນາມ - ສ.ເກົາຫຼີ VIKO30. ພາບ: qdnd.vn

ເວທີປາໄສໄດ້ຮັບການຈັດຕັ້ງ ເພື່ອແນໃສ່ປະກອບສ່ວນເຮັດໃຫ້ການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງການພົວພັນຮ່ວມມື ຫວຽດນາມ - ສ.ເກົາຫຼີ ອຸດົມສົມບູນ. ເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະແນະນໍາຄວາມສາມາດບົ່ມຊ້ອນ, ແງ່ຫວັງ, ນະໂຍບາຍກ່ຽວກັບການເລີ່ມທຸລະກິດ, ການຄ້າ, ການລົງທຶນ, ການດໍາເນີນທຸລະກິດຢູ່ຫວຽດນາມ.  ພາຍຫຼັງພິທີໄຂ ໄດ້ດໍາເນີນງານວາງສະແດງເຕັກໂນໂລຢີ VIKO30; ກອງປະຊຸມສໍາມະນາ Blockchain ຫວຽດນາມ ໃນສັງກາດຫັນປ່ຽນດີຈີຕອນ; ກອງປະຊຸມສົ່ງເສີມການລົງທຶນ FDI ສ.ເກົາຫຼີ ເຂົ້ານະຄອນໂຮ່ຈີມິນ ແລະບັນດາແຂວງພາກໃຕ້. ເວທີປາໄສຈະດໍາເນີນໄປຈົນຮອດວັນທີ 24 ກໍລະກົດ ຈຶ່ງອັດລົງດ້ວຍຫຼາຍລາຍການ, ເຫດການທີ່ເປັນເອກະລັກສະເພາະ.

ໂດຍ: ທູຈາງ