leftcenterrightdel
ບັນຍາກາດທີ່ເວທີປາໄສເຊື່ອມຕໍ່ວິສາຫະກິດໄທ-ກຽນຢາງ. ພາບ: qdnd.vn.

ທີ່ເວທີປາໄສ, ທ່ານ ຟານຈີ໊ແທັ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ໄທ ໃຫ້ຮູ້ວ່າ ປະຈຸບັນວິສາຫະກິດຊາວຫວຽດນາມ ອາໄສຢູ່ໄທ ປະມານ 1.000 ແຫ່ງ, ໂດຍສະເພາະແມ່ນວິສາຫະກິດຂະໜາດນ້ອຍ ແລະກາງ; ໃນນັ້ນ, ມີວິສາຫະກິດປະສົບຜົນສຳເລັດທີ່ສຸດ, ເຄື່ອນໄຫວໃນຫຼາຍຂົງເຂດ, ຄື: ອຸດສາຫະກຳ, ກະສິກຳ, ປຸງແຕ່ງສະບຽງອາຫານ, ການສົ່ງອອກ, ນໍາເຂົ້າ, ແຈກຢາຍສິນຄ້າ...

ເພື່ອຍູ້ແຮງການສົ່ງອອກຂອງຫວຽດນາມ ໄປຍັງ ໄທ, ທ່ານ ໂຮ່ວັນເລິມ ປະທານສະມາຄົມວິສາຫະກິດໄທ-ຫວຽດນາມ ຖືວ່າ ຄວນສືບຕໍ່ເຮັດວຽກກັບໄທ ເພື່ອຫຼຸດຜ່ອນຮົ້ວກີດຂວາງດ້ານເຕັກນິກໃນການສົ່ງອອກສິນຄ້າຈາກຫວຽດນາມ ໄປຍັງໄທ; ເພີ່ມທະວີການເຊື່ອມຕໍ່ການຄົມມະນາຄົມທາງບົກ, ທາງທະເລ ແລະທາງອາກາດລະຫວ່າງຫວຽດນາມ ແລະໄທ, ໂດຍສະເພາະແມ່ນຢູ່ພາກຕາເວັນອອກສ່ຽງເໜືອຂອງໄທ; ຍູ້ແຮງການເຈລະຈາເພື່ອໃຫ້ໄທ ຮັບຮູ້ມາດຕະຖານຂອງສິນຄ້າຫວຽດນາມ; ເພີ່ມທະວີການໂຄສະນາ ແລະການຄົ້ນຄວ້າຕະຫຼາດ, ເອົາໃຈໃສ່ເປັນພິເສດເຖິງການຫຸ້ມຫໍ່ ແລະມາດຕະຖານຄວາມປອດໄພຂອງສະບຽງອາຫານ.

ໂດຍ: ເຈິ່ນຮວ່ຽນ