ທີ່ການຕ້ອນຮັບ, ທ່ານ ເລວັນແທັ່ງ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມຫວຽດນາມ ຄັ້ງທີ 2 ຂອງຂ້າຫຼວງໃຫຍ່ຮັບຜິດຊອບກະສິກຳ ອີຢູ, ຖືວ່ານີ້ແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍຊຸກຍູ້ການຮ່ວມມື, ໂດຍສະເພາະແມ່ນຂົງເຂດກະສິກຳ, ການຄ້າ ແລະຂົງເຂດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ.

leftcenterrightdel
ທ່ານ ເລວັນແທັ່ງ ແລະທ່ານ Janusz Wojciechowski. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ Janusz Wojciechowski ເວົ້າວ່າ ອີຢູ ປາດຖະໜາຢາກນໍາເຂົ້າຜະລິດຕະພັນກະເສດເຂດຮ້ອນຂອງຫວຽດນາມ. ພ້ອມກັນນັ້ນ, ອີຢູ ພວມລົງທຶນເຂົ້າບາງໂຄງການພັດທະນາກະສິກຳແບບຍືນຍົງ, ກະສິກຳສະຫຼາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ. ທ່ານ Janusz Wojciechowski ສະແດງການສະໜັບສະໜູນຕໍ່ລັດຖະບານຫວຽດນາມ ໃນການພັດທະນາແບບຍືນຍົງ ແລະປົກປັກຮັກສາການເຄື່ອນໄຫວຜະລິດກະສິກຳ, ພິເສດແມ່ນການຜະລິດກະສິກຳຂະໜາດນ້ອຍ.

ທີ່ການພົບປະ, ທ່ານ ເລວັນແທັ່ງ ໄດ້ແຈ້ງໃຫ້ຊາບກ່ຽວກັບຄວາມມານະພະຍາຍາມ “ຍົກເລີກບັດເຫຼືອງ IUU” ຂອງຄະນະກຳມະການເອີລົບກ່ຽວກັບການເຄື່ອນໄຫວຂຸດຄົ້ນຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກຳນົດ. ຕາມນັ້ນແລ້ວ, ຫວຽດນາມ ໄດ້ ແລະພວມສືບຕໍ່ຜັນຂະຫຍາຍມາດຕະການໃນການຕ້ານການຂຸດຄົ້ນ IUU ຢ່າງຄົບຊຸດ ແລະແກ້ໄຂຂໍ້ສະເໜີແນະຂອງ ອີຢູ ເປັນຢ່າງດີ. ທ່ານ ເລວັນແທັ່ງ ສະເໜີໃຫ້ ອີຢູ ຍົກເລີກ “ບັດເຫຼືອງ” ໃຫ້ຫວຽດນາມ ໂດຍໄວ.

ທ່ານ Janusz Wojciechowski ຮັບຮູ້ວ່າ ຫວຽດນາມ ໄດ້ມີບາດກ້າວບຸກທະລຸຢ່າງແຮງ ແລະມີຄວາມຄືບໜ້າໃດໜຶ່ງ ແລະໃຫ້ຮູ້ວ່າຈະແບ່ງປັນຂໍ້ມູນກັບຂ້າຫຼວງໃຫຍ່ ອີຢູ ຜູ້ຮັບຜິດຊອບໃນຂົງເຂດນີ້.

ໂດຍ: ເຈິ່ນຮວ່ຽນ