ເຂົ້າຮ່ວມການເຮັດວຽກມີການນຳບາງພະແນກ, ຂະແໜງການຂອງ 2 ແຂວງ ແລະການນຳບໍລິສັດ Rothkiri, ບໍລິສັດພັດທະນາວິທະຍາສາດສາກົນເຈື່ອງຊີງ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: gialai.gov.vn.

ທີ່ການເຮັດວຽກ, ທ່ານ ກາປາທວຽນ ຮອງປະທານຄະນະກໍາມະການປະຊາຊົນແຂວງຢາລາຍ ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະປະຕິບັດງານຂອງແຂວງ Mondulkiri. ທ່ານ ກາປາທວຽນ ໄດ້ລາຍງານໃຫ້ຄະນະປະຕິບັດງານກ່ຽວກັບເງື່ອນໄຂທຳມະຊາດ, ເສດຖະກິດຂອງແຂວງຢາລາຍ. ຝ່າຍແຂວງຢາລາຍ ເອົາໃຈໃສ່ທີ່ສຸດເຖິງການລົງທຶນໃນຂົງເຂດກະສິກຳ ແລະໄດ້ຮຽກຮ້ອງວິສາຫະກິດຫຼາຍແຫ່ງລົງທຶນເຂົ້າຂົງເຂດກະສິກຳທີ່ນໍາໃຊ້ເຕັກໂນໂລຢີສູງໃນບໍລິເວນແຂວງ. ທ່ານ ກາປາທວຽນ ຫວັງວ່າ ຜ່ານການຢ້ຽມຢາມ ແລະເຮັດວຽກຂອງຄະນະຜູ້ແທນແຂວງ Mondulkiri ແລະບໍລິສັດ Rothkiri ຄັ້ງນີ້, ວິສາຫະກິດສອງປະເທດຈະມີກາລະໂອກາດຊອກຮູ້, ສະໜິດຕິດພັນ ແລະຊຸກຍູ້ການຮ່ວມມືລົງທຶນພ້ອມກັນພັດທະນາໃນອະນາຄົດ.

leftcenterrightdel
ຄະນະກໍາມະການປະຊາຊົນແຂວງຢາລາຍ ມອບຂອງຂວັນເປັນທີ່ລະນຶກໃຫ້ຄະນະປະຕິບັດງານ. ພາບ: gialai.gov.vn.

ສ່ວນທ່ານ Rat Sokhorn ຖືວ່າ ສອງແຂວງ Mondulkiri ແລະຢາລາຍ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືໃນຂົງເຂດກະສິກຳ, ສະນັ້ນຜ່ານການປະຕິບັດງານຄັ້ງນີ້, ທ່ານ Rat Sokhorn ປາດຖະໜາວ່າ ບໍລິສັດ Rothkiri ແລະບໍລິສັດພັດທະນາວິທະຍາສາດສາກົນເຈື່ອງຊີງ ຈະມີກາລະໂອກາດຊອກຮູ້, ຮ່ວມມືເພື່ອນຳມາເຊິ່ງຜົນປະໂຫຍດຫຼາຍກວ່າອີກໃນອະນາຄົດ.

ໂດຍ: ເຈິ່ນຮວ່ຽນ