ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ເຈິ່ນກ໊ວກເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ສະແດງຄວາມປິຕິຊົມຊື່ນເມື່ອເປັນຄັ້ງທໍາອິດທີ່ໄດ້ເຂົ້າຮ່ວມການກວດກາ, ກະຕຸກຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືຫວຽດນາມ - ລາວ, ໃນຖານະເປັນຮອງປະທານຄະນະກໍາມະການຮ່ວມມື ຫວຽດນາມ-ລາວ...

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: baodautu.vn

ໃນຂະນະນັ້ນ, ທ່ານ ວຽງສະຫວັນ ວິໄລພອນ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ລາວ ກໍໄດ້ຕີລາຄາສູງເລື່ອງຄະນະກໍາມະການຮ່ວມມືຫວຽດນາມ-ລາວ ຈັດຕັ້ງການໄປປະຕິບັດງານຢູ່ລາວ ເພື່ອຜັນຂະຫຍານຄວາມຄືບໜ້າຂອງບັນດາໂຄງການ.

ທີ່ກອງປະຊຸມ, ສອງທ່ານຮອງປະທານຄະນະກໍາມະການຮ່ວມມືຫວຽດນາມ-ລາວ, ລາວ-ຫວຽດນາມ ກໍໄດ້ເຫັັນດີເປັນເອກະພາບລາຍງານຕໍ່ລັດຖະບານສອງປະເທດແກ້ໄຂ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາໂຄງການ, ຄື: ໂຄງການຂຸດຄົ້ນ-ປຸງແຕ່ງແຮ່ໂບຊິດ ແລະໂຮງງານຜະລິດ alumin ຢູ່ແຂວງເຊກອງ; ໂຄງການເກືອບໍ່ແຮ່ Kali, ໂຄງການປຸງແຕ່ງຢາງພາລາ...

leftcenterrightdel
ສອງຄະນະກໍາມະການຮ່ວມມືຫວຽດນາມ-ລາວ, ລາວ-ຫວຽດນາມ ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມື, ໂດຍສະເພາະແມ່ນບັນດາໂຄງການຈຸກສຸມ. ພາບ: baodautu.vn

ຕາມທ່ານຮອງລັດຖະມົນຕີ ເຈິ່ນກ໊ວກເຟືອງ ແລ້ວ, ປີ 2022 ແມ່ນ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ”, ເພາະສະນັ້ນ, ຍິ່ງຈໍາເປັນຕ້ອງຍູ້ໄວຄວາມຄືບໜ້າໃນການຜັນຂະຫຍາຍບັນດາໂຄງການ, ລວມທັງໂຄງການລົງທຶນ ແລະໂຄງການຮ່ວມມືພັດທະນາ.

ສິ້ນສຸດກອງປະຊຸມ, ສອງຝ່າຍ ກໍໄດ້ຕີລາຄາສູງການປະຕິບັດສໍາເລັດ ແລະເປີດນໍາໃຊ້ 4 ໂຄງການໃນຂອບການຮ່ວມມືພັດທະນາຫວຽດນາມ-ລາວ, ເລີ່ມເຄື່ອນໄຫວ 2 ໂຄງການໃໝ່; ພ້ອມທັງເຫັນດີເປັນເອກະພາບກະຕຸກຊຸກຍູ້ຄວາມຄືບໜ້າ, ຄຸນນະພາບບັນດາໂຄງການກໍາລັງຜັນຂະຫຍາຍ.

ໂດຍ: ໄຊຊະນະ