leftcenterrightdel
ແຜນທີ່ເສັ້ນທາງລົດໄຟ ລາວ-ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມບົດບັນທຶກຄວາມເຂົ້າໃຈ (MOU) ທີ່ລັດຖະບານລາວ ຫາກໍ່ເຊັນກັບບໍລິສັດການຄ້ານໍ້າມັນອາຍແກັດລາວ (PetroTrade), ໂຄງການ LVRP ມີລວງຍາວປະມານ 452 ກິໂລແມັດ, ດ້ວຍມູນຄ່າການລົງທຶນ 5 ຕື້ໂດລາສະຫະລັດ. ໃນໄລຍະຕົ້ນ, ເສັ້ນທາງລົດໄຟນີ້ຈະເຊື່ອມຕໍ່ເທດສະບານທ່າແຂກ ກັບທ່າເຮືອຫວຸ້ງອ໊າງ ຂອງຫວຽດນາມ ດ້ວຍລວງຍາວປະມານ 139 ກິໂລແມັດ. ໄລຍະທີສອງ ຈະເຊື່ອມຕໍ່ເສັ້ນທາງລົດໄຟຈາກທ່າແຂກ ໄປຫານະຄອນຫຼວງວຽງຈັນ, ດ້ວຍລວງຍາວປະມານ 312 ກິໂລແມັດ.

ໂຄງການເສັ້ນທາງລົດໄຟ ລາວ-ຫວຽດນາມ ເຊິ່ງໄດ້ຮັບການພິຈາລະນາມາແຕ່ປີ 2015, ຈະອະນຸຍາດໃຫ້ເຊື່ອມຕໍ່ເສັ້ນທາງສະໜອງພະລາທິການລະຫວ່າງລາວ ແລະຫວຽດນາມ. ນີ້ແມ່ນສ່ວນໜຶ່ງຂອງໂຄງການເຊື່ອມຈອດໂລຈິດສະຕິກ ລາວ (LLL), ເຊື່ອມຕໍ່ທ່າເຮືອ ຫວຸ້ງອ໊າງ ກັບເສັ້ນທາງລົດໄຟ ລາວ-ຫວຽດນາມ, ທ່າບົກທ່ານາແລ້ງ ແລະເຂດພະລາທິການນະຄອນຫຼວງວຽງຈັນ.

PetroTrade ໃຫ້ຮູ້ວ່າ ເຂົາເຈົ້າ ຈະເຊົ່າບໍລິສັດໃຫ້ຄໍາປຶກສາເອກະລາດພາຍໃນປະເທດ ແລະສາກົນ ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງລັດຖະບານ ເພື່ອປະຕິບັດໜ້າວຽກ, ຄາດວ່າຈະໃຫ້ສໍາເລັດ ແລະອະນຸມັດຜ່ານໃນຮອບ 24 ເດືອນ.

ໂດຍ: ໄຊຊະນະ