leftcenterrightdel
ຄະນະປະທານກອງປະຊຸມໃຫຍ່. ພາບ: ສໍານັກຂ່າວສານຫວຽດນາມ

ກອງປະຊຸມໃຫຍ່ໄດ້ຮັບຮອງເອົາກົດລະບຽບຂອງສະມາຄົມ, ເລືອກຕັ້ງຄະນະບໍລິຫານງານຊຸດທີ I ລວມມີສະມາຊິກ 9 ຄົນ ໂດຍທ່ານ ຫງວຽນຊວນຮ່າ ຜູ້ອຳນວຍການໃຫຍ່ ບໍລິສັດ ສາຍຂອງ ເປັນປະທານ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນຊວນຮ່າ ໄດ້ໃຫ້ຄຳໝັ້ນສັນຍາວ່າ ອາຍຸການນີ້ ດ້ວຍຈິດໃຈ ປ່ຽນແປງໃໝ່-ສາມັກຄີ-ຮ່ວມມື ແລະພັດທະນາ, ຄະນະບໍລິຫານງານຂອງສະມາຄົມ ບັນລຸໄດ້ເປົ້າໝາຍສຳເລັດ 15 ໜ້າທີ່ຈຸດສຸມ. ຄຽງຄູ່ກັນນັ້ນສະມາຄົມຈະສືບຕໍ່ເຊື້ອເຊີນບັນດາວິສາຫະກິດໃຫຍ່ຂອງຫວຽດນາມ ມາລົງທຶນດຳເນີນທຸລະກິດຢູ່ລາວ ໃນບັນດາຂົງເຂດພື້ນຖານໂຄງລ່າງດ້ານຄົມມະນາຄົມ, ພື້ນຖານໂຄງລ່າງພະລັງງານ, ກະສິກຳປ່າໄມ້, ການຜະລິດການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ, ການສຶກສາ, ສາທາລະນະສຸກ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ