ໃນອາທິດແລກປ່ຽນການຄ້ານີ້, ບັນດາວິສາຫະກິດ ສ.ເກົາຫຼີ ໄດ້ນຳເອົາບັນດາຜະລິດຕະພັນທີ່ມີຄຸນນະພາບສູງ, ລວມມີ: ເຄື່ອງສຳອາງ, ອາຫານ, ເຄື່ອງໃຊ້ໃນຄົວເຮືອນ, ກະສິກຳ (ຝຸ່ນ)... ຕາມນັ້ນແລ້ວ, ມີການແລກປ່ຽນການຄ້າກວ່າ 40 ຄັ້ງ ໄດ້ປະຕິບັດດ້ວຍການແລກປ່ຽນກ່ຽວກັບຜະລິດຕະພັນລະອຽດ, ຄື: ມາດຕະຖານ, ຄຸນນະພາບ; ລາຄາສົ່ງອອກ, ວິທີການຂົນສົ່ງ, ເງື່ອນໄຂການແຈກຢາຍຢູ່ຫວຽດນາມ. ທີ່ກອງປະຊຸມແລກປ່ຽນການຄ້າທາງໄກ, ວິສາຫະກິດສອງປະເທດ ໄດ້ສຸມໃສ່ແລກປ່ຽນຍົກອອກວິທີການຕັ້ງໜ້າແນໃສ່ໜູນຊ່ວຍເຊິ່ງກັນ ແລະກັນເພື່ອເພີ່ມທະວີບັນດາສັນຍາການຄ້າໃນໄລຍະຈະມາເຖິງ.

bên tráitrung tâmbên phảicủa
KOTRA ຮ່າໂນ້ຍ ໜູນຊ່ວຍວິສາຫະກິດຫວຽດນາມ ແລກປ່ຽນການຄ້າກັບວິສາຫະກິດແຂວງ Chungbuk, ສ.ເກົາຫຼີ. ພາບ: ແຄ໊ງອານ.

ແບ່ງປັນກ່ຽວກັບການເຄື່ອນໄຫວສົ່ງເສີມການຄ້າຂອງ KOTRA ຮ່າໂນ້ຍ, ທ່ານນາງ ເຈິ່ນທິຫ໋າຍອ໊ຽນ ຫົວໜ້າຫ້ອງການ KOTRA ຮ່າໂນ້ຍ ໃຫ້ຮູ້ວ່າ: “KOTRA ຮ່າໂນ້ຍ ແມ່ນອົງການຂອງລັດຖະບານສ.ເກົາຫຼີ ນໍາໜ້າໃນການໜູນຊ່ວຍສົ່ງເສີມການຄ້າຢູ່ຕ່າງປະເທດ. ພວກຂ້າພະເຈົ້າ ຮັບຮູ້ບົດບາດສຳຄັນຂອງຕົນ ແລະມີຄວາມຮັບຜິດຊອບຫຼາຍກວ່າ ໂດຍສະເພາະແມ່ນໃນໄລຍະພາຍຫຼັງພະຍາດໂຄວິດ-19.

ພວກຂ້າພະເຈົ້າ ໄດ້ເປີດເຫດການແລກປ່ຽນການຄ້າໂດຍກົງຄືນໃໝ່ຢູ່ຮ່າໂນ້ຍ ໃນຕົ້ນເດືອນມິຖຸນາ ນີ້. ຄຽງຂ້າງນັ້ນ, ພວກຂ້າພະເຈົ້າ ກໍ່ສືບຕໍ່ເພີ່ມທະວີຮູບການແລກປ່ຽນການຄ້າທາງໄກ ເພື່ອຍູ້ແຮງການເຄື່ອນໄຫວການຄ້າລະຫວ່າງປະຊາຄົມວິສາຫະກິດສອງປະເທດກວ່າອີກ, ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດ”.

ໂດຍ: ເຈິ່ນຮວ່ຽນ