ສູນຮ່ວມມືຫວຽດນາມ-ອາເມລິກາ ແມ່ນສະຖານທີ່ຮ່ວມມືລວມລະຫວ່າງຫ້ອງການວັດທະນະທຳ ແລະຖະແຫຼງຂ່າວ, ສະຖານທູດອາເມລິກາ ປະຈຳ ຮ່າໂນ້ຍ ແລະສະຖາບັນການຕ່າງປະເທດຫວຽດນາມ.

leftcenterrightdel
ບັນດາຜູ້ແທນ, ແຂກຮັບເຊີນທີ່ພິທີເປີດນໍາໃຊ້ສູນຮ່ວມມືຫວຽດນາມ-ອາເມລິກາ. ພາບ: cand.com.vn.

ສູນຮ່ວມມືຫວຽດນາມ-ອາເມລິກາ ຢູ່ສະຖາບັນການຕ່າງປະເທດຫວຽດນາມ ແມ່ນສະຖານທີ່ອາເມລິກາ ຮ່ວມມືລວມທີສອງຢູ່ພາກເໜືອຫວຽດນາມ, ຖັດຈາກສະຖານທີ່ອາເມລິກາ ຢູ່ມະຫາວິທະຍາໄລທ໊າຍງວຽນ ແລະໄດ້ພັດທະນາໂດຍອີງໃສ່ຜົນສຳເລັດຂອງບັນດາໂຄງການທີ່ມີຊື່ສຽງຂອງສູນອາເມລິກາ ຮ່າໂນ້ຍ, ຄືໂຄງການ STEM, ຍົກສູງທັກສະພາສາອັງກິດ, ທັກສະອາຊີບ, ໂຄງການມອບສິດໃຫ້ແມ່ຍິງ, ໄວໜຸ່ມ ແລະໂຄງການກ່ຽວກັບສິ່ງແວດລ້ອມ.

ສູນດັ່ງກ່າວ ພ້ອມກັບຫຼາຍກວ່າ 600 ສະຖານທີ່ອາເມລິກາ ໃນທົ່ວໂລກ, ຊ່ວຍເພີ່ມທະວີການເຈລະຈາເປີດ ແລະສ້າງຂົວຕໍ່ແຫ່ງຄວາມເຂົ້າໃຈເຊິ່ງກັນ ແລະກັນ, ດ້ວຍການເຄື່ອນໄຫວຄືສູນການຮຽນຮູ້ສຳລັບນັກສຶກສາ, ກໍ່ຄືສະຖານທີ່ປະຊາຄົມສະຫງວນໃຫ້ບັນດາຜູ້ທີ່ມີຄວາມສົນໃຈຕໍ່ວັດທະນະທໍາ ແລະບັນດາຄຸນຄ່າຂອງອາເມລິກາ.

ສະຖານທີ່ແຫ່ງນີ້ຕັ້ງຢູ່ໃນຂອບເຂດບໍລິເວນຂອງສະຖາບັນການຕ່າງປະເທດຫວຽດນາມ, ເລກທີ 69 ຖະໜົນຈົ່ວລ໊າງ ແລະເປີດປະຕູຮັບໃຊ້ບັນດານັກຮຽນຮູ້, ນັກຄົ້ນຄວ້າ, ນັກສຶກສາ, ນັກຮຽນ, ກໍ່ຄືມະຫາຊົນເວົ້າລວມ.

ໂດຍ: ເຈິ່ນຮວ່ຽນ