leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ.

ມີວິສາຫະກິດຫວຽດນາມ ແລະເມັກຊິກໂກ ເກືອບ 60 ແຫ່ງການລົງທະບຽນເຂົ້າຮ່ວມກອງປະຊຸມ, ຊອກຫາກາລະໂອກາດເຊື່ອມຕໍ່ຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນທາງໄກ ແລະແລກປ່ຽນ, ແບ່ງປັນບັນດາຂໍ້ມູນກ່ຽວກັບຄວາມສາມາດສົ່ງອອກບັນດາຜະລິດຕະພັນທີ່ມີທ່າແຮງຂອງສອງປະເທດ, ບາງບັນຫາທີ່ຕ້ອງຮັບຮູ້ເມື່ອດໍາເນີນທຸລະກິດຢູ່ຕະຫຼາດຂອງກັນ. ກອງປະຊຸມລວມມີວາລະພົບປະແລກປ່ຽນທີ່ຈັດຂຶ້ນສະເພາະໃຫ້ບັນດາວິສາຫະກິດຫວຽດນາມ ແນະນໍາ, ຂາຍບັນດາຜະລິດຕະພັນສະບຽງອາຫານທີ່ມີຄຸນນະພາບສູງໃຫ້ບັນດາບໍລິສັດນໍາເຂົ້າເມັກຊິກໂກ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຈັດບາງວາລະປະຊຸມຮັບໃຊ້ໃຫ້ບັນດາວິສາຫະກິດຫວຽດນາມ ຊອກຫາແຫຼ່ງສະໜອງຜະລິດຕະພັນປະດິດຄື ຈັກໄຟຟ້າ, ອຸປະກອນເອເລັກໂຕນິກ, ເຄື່ອງປັບອາກາດ, ອຸປະກອນການແພດ... ຈາກບັນດາບໍລິສັດຜະລິດ ແລະການຄ້າເມັກຊິກໂກ.

ໂດຍ: ໄຊນີດາ