ຕາມຜູ້ຕາງໜ້າວິສາຫະກິດອາເມລິກາ, ເລື່ອງລັດຖະບານຫວຽດນາມ ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ແກ້ໄຂຄວາມຫຍຸ້ງຍາກໃຫ້ນັກລົງທຶນຢ່າງບໍ່ຢຸດຢັ້ງຈະແມ່ນປະຖົມປັດໄຈເພື່ອໃຫ້ບັນດາວິສາຫະກິດເຫຼົ່ານີ້ສືບຕໍ່ລົງທຶນເຂົ້າຫວຽດນາມ.

leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມດໍາເນີນທຸລະກິດຫວຽດນາມ-ອາເມລິກາ ດໍາເນີນໃນໄລຍະມໍ່ໆມານີ້, ມີນັກຊ່ຽວຊານຫຼາຍຄົນ ແລະປະຊາຄົມວິສາຫະກິດອາເມລິກາ ໄດ້ຢັ້ງຢືນຖືຕະຫຼາດຫວຽດນາມ ເປັນສຳຄັນພິເສດ.

ທ່ານນາງ  Marisa Lago ຮອງລັດຖະມົນຕີກະຊວງການຄ້າອາເມລິກາ ຮັບຜິດຊອບການຄ້າສາກົນ ໃຫ້ຮູ້ວ່າ ນັກຊ່ຽວຊານອາເມລິກາ 100 ກວ່າຄົນ ພ້ອມແລ້ວທີ່ຈະໜູນຊ່ວຍວິສາຫະກິດສອງປະເທດໃນການລົງທຶນ, ຊຸກຍູ້ການຄ້າສອງສົ້ນໃຫ້ພັດທະນາກວ່າອີກ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19 ໃນປີຜ່ານມາກໍ່ຕາມ, ຫຼາຍກຸ່ມບໍລິສັດແຖວໜ້າຂອງອາເມລິກາ, ຄື: Apple, Amazon, Google, Intel… ກໍ່ຍັງປະກາດບ້ວງເງິນລົງທຶນເຂົ້າຫວຽດນາມ.

ຕາມໝາກຜົນການສຳຫຼວດກ່ຽວກັບການລົງທຶນດຳເນີນທຸລະກິດໃນປີ 2021 ຂອງສະມາຄົມວິສາຫະກິດອາເມລິກາ (AmCham), ສະມາຊິກຂອງສະມາຄົມນີ້ເກືອບ 80% ແມ່ນຕີລາຄາຢ່າງຕັ້ງໜ້າທີ່ສຸດ ຫຼື ຕັ້ງໜ້າກ່ຽວກັບແງ່ຫວັງໄລຍະກາງ ແລະຍາວຢູ່ຕະຫຼາດຫວຽດນາມ. ຜູ້ຕາງໜ້າວິສາຫະກິດ ແລະນັກລົງທຶນຂອງສອງປະເທດໄດ້ຮັບຮູ້ວ່າຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃຫ້ແກ່ພັດທະນາການພົວພັນການຄ້າ ແລະການລົງທຶນລະຫວ່າງຫວຽດນາມ-ອາເມລິກາ. ອາເມລິກາ ຖືຫວຽດນາມ ແມ່ນຕ່ອງໂສ້ສໍາຄັນໃນລະບົບຕອບສະໜອງສິນຄ້າທົ່ວໂລກ, ພ້ອມທັງຄາດຄະເນວ່າບົດບາດນີ້ຈະຍັງເພີ່ມຂຶ້ນຕື່ມອີກໃນອະນາຄົດ.

ໂດຍ: ເຈິ່ນຮວ່ຽນ