ທີ່ການຕ້ອນຮັບ, ທ່ານ ເຈິ່ນສີແທັງ ປະທານອົງການກວດສອບແຫ່ງລັດ ໃຫ້ຮູ້ວ່າ ໃນປີ 2021, ໃນສະພາບການພະຍາດໂຄວິດ-19 ຍັງຜັນແປສັບສົນ, ອົງການກວດສອບແຫ່ງລັດ ໄດ້ປະຕິບັດແຜນການປະຕິບັດງານຂອງປີສຳເລັດຢ່າງຮອບດ້ານດ້ວຍໝາກຜົນພົ້ນເດັ່ນຫຼາຍຢ່າງ, ປະກອບສ່ວນເຂົ້າວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ, ເຮັດໃຫ້ພື້ນຖານການເງິນແຫ່ງຊາດມີຄວາມໂປ່ງໃສ, ເຮັດສຳເລັດລະບອບລະບຽບການ, ກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດ.

leftcenterrightdel
ທ່ານ ເຈິ່ນສີແທັງ ປະທານອົງການກວດສອບແຫ່ງລັດ ຕ້ອນຮັບທ່ານເອກອັກຄະລັດຖະທູດສະຫະພາບເອີລົບ ປະຈຳ ຫວຽດນາມ. ພາບ: sav.gov.vn.

ອົງການກວດສອບແຫ່ງລັດ ໄດ້ເຮັດສຳເລັດບົດບາດປະທານອົງການຈັດຕັ້ງບັນດາອົງການກວດສອບສູງສຸດອາຊີ (ASOSAI) ອາຍຸການ 2018-2021 ຢ່າງດີເລີດ; ປະກາດໃຊ້ແຜນການກວດສອບໃນໄລຍະກາງ 2022-2024 ແລະແຜນການກວດສອບ 2022 ຕິດພັນກັບການປະຕິບັດບັນດາເປົ້າໝາຍໃນຍຸດທະສາດພັດທະນາກວດສອບແຫ່ງລັດເຖິງ ປີ 2030.

ຕາມນັ້ນແລ້ວ, ອົງການກວດສອບແຫ່ງລັດສູ້ຊົນໃຫ້ກາຍເປັນເຄື່ອງມືສຳຄັນ, ມີປະສິດທິພາບຂອງພັກ, ລັດ ໃນການກວດກາ, ຄວບຄຸມການຄຸ້ມຄອງ, ນຳໃຊ້ການເງິນ, ຊັບສິນຂອງລັດ; ຍົກສູງຄວາມສາມາດ, ປະສິດທິຜົນ, ປະສິດທິພາບໃນການເຄື່ອນໄຫວກວດສອບຜ່ານການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ແລະຍູ້ແຮງການຮ່ວມມືສາກົນ, ຮັບປະກັນການເຄື່ອນໄຫວຢ່າງເປີດເຜີຍ, ກະຈ່າງແຈ້ງ, ເປັນມືອາຊີບ ແລະທັນສະໄໝເທື່ອລະກ້າວ; ປະກອບສ່ວນສຳຄັນຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງ, ບໍລິຫານດ້ານການເງິນ, ຊັບສິນຂອງລັດ, ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ໃນໄລຍະ 2021-2030.

ປະທານອົງການກວດສອບແຫ່ງລັດ ເຈິ່ນສີແທັງ ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍ ແລະສະໜັບສະໜູນອັນໃຫຍ່ຫຼວງຂອງສະຫະພາບເອີລົບ ສະຫງວນໃຫ້ແກ່ອົງການກວດສອບແຫ່ງລັດ ນັບແຕ່ຊຸມວັນສ້າງຕັ້ງທຳອິດຈົນມາຮອດປະຈຸບັນ, ພິເສດແມ່ນການເຄື່ອນໄຫວເພີ່ມທະວີຄວາມສາມາດໃຫ້ນັກກວດສອບບັນຊີຂອງອົງການກວດສອບແຫ່ງລັດ.

ທ່ານເອກອັກຄະລັດຖະທູດ  Giorgio Aliberti ຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນ ແລະສ້າງເງື່ອນໄຂສະດວກໃຫ້ແກ່ການເພີ່ມທະວີປະສິດທິຜົນການພົວພັນຮ່ວມມືລະຫວ່າງອົງການກວດສອບແຫ່ງລັດຫວຽດນາມ ແລະສະຫະພາບເອີລົບ, ເພື່ອແນໃສ່ປະກອບສ່ວນເຂົ້າໃນການຫັນການພົວພັນຄູ່ຮ່ວມມື, ການຮ່ວມມືຮອບດ້ານຫວຽດນາມ-ອີຢູ ໃຫ້ປະກົດຜົນເປັນຈິງ.

ໂດຍ: ແສງເດືອນ