ທີ່ການຕ້ອນຮັບ, ການນໍາແຂວງບິ່ງເຟືອກ ໄດ້ແຈ້ງໃຫ້ຊາບໂດຍສັງເຂບກ່ຽວກັບວຽກງານປ້ອງກັນ, ຕ້ານ, ຄວບຄຸມພະຍາດໂຄວິດ-19 ໃນບໍລິເວນແຂວງ ກໍ່ຄືແຜນການຟື້ນຟູເສດຖະກິດຫຼັງໂຄວິດ-19. ແຂວງບິ່ງເຟືອກ ປາດຖະໜາຢາກໃຫ້ທ່ານ Wannabe Nobuhiro ຈະເປັນຜູ້ເຊື່ອມຕໍ່, ໂຄສະນາພາບພົດ, ວັດທະນະທໍາ, ມະນຸດ, ສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດຂອງແຂວງ ມາໃຫ້ປະຊາຊົນ ແລະປະຊາຄົມວິສາຫະກິດຍີ່ປຸ່ນ ເປັນຈໍານວນຫຼວງຫຼາຍ.

leftcenterrightdel
ການນໍາແຂວງບິ່ງເຟືອກ ແລກປ່ຽນກັບຫົວໜ້າກົງສູນໃຫຍ່ຍີ່ປຸ່ນ ປະຈໍານະຄອນໂຮ່ຈີມິນ. ພາບ: ລອງຟຸກ.

ແຂວງບິ່ງເຟືອກ ສາມາດຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນ ດ້ວຍຫຼາຍຮູບການເພື່ອໃຫ້ວິສາຫະກິດຍີ່ປຸ່ນ ເຂົ້າໃກ້ຜະລິດຕະພັນກະເສດ, ຂະແໜງອຸດສາຫະກໍາຜະລິດເປັນສິນຄ້າ, ພ້ອມທັງປາດຖະໜາຢາກໄດ້ຮັບການໜູນຊ່ວຍທາງດ້ານເຕັກນິກຂອງຍີ່ປຸ່ນ ໃນຂົງເຂດບໍາລຸງສ້າງອາຊີບ, ບໍາລຸງສ້າງແຮງງານຜ່ານຮູບການແລກປ່ຽນແຮງງານ ຫຼືຖ່າຍທອດ ເຕັກໂນໂລຢີ, ພິເສດແມ່ນໃນຂົງເຂດກະສິກໍາ, ໝູນໃຊ້ເຕັກໂນໂລຢີູສູງ...

ສ່ວນທ່ານ  Watanabe ຢ້ັງຢືນວ່າ, ແຂວງບິ່ງເຟືອກ ມີທ່າໄດ້ປຽບທາງດ້ານທີ່ຕັ້ງພູມສາດ, ພື້ນຖານໂຄງລ່າງໂທລະຄົມມະນາຄົມ ພ້ອມດ້ວຍຜະລິດຕະພັນກະເສດຫຼາຍປະເພດທີ່ມີປະລິມານການຜະລິດ, ມີຄຸນນະພາບສູງ ແລະກໍາລັງພັດທະນາຂະແໜງອຸດສາຫະກໍາຜະລິດເປັນສິນຄ້າຢ່າງແຮງ. ທ່ານ Watanabe Nobuhiro ຫວັງວ່າ, ແຂວງບິ່ງເຟືອກ ຈະສືບຕໍ່ປັບປຸງການບໍລິການ, ສະພາບແວດລ້ອມແຫ່ງການລົງທຶນ ເພື່ອດຶງດູດວິສາຫະກິດຍີ່ປຸ່ນ, ພ້ອມທັງໜູນຊ່ວຍ, ແກ້ໄຂຄວາມຫຍຸ້ງຍາກໃຫ້ບັນດາວິສາຫະກິດຍີ່ປຸ່ນ ທີ່ພວມລົງທຶນ, ເຄື່ອນໄຫວຢູ່ໃນແຂວງ.

ໂດຍ: ທູຈາງ