ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ເຈິ່ນແທງນາມ ຮອງລັດຖະມົນຕີກະຊວງກະສິກໍາ ແລະພັດທະນາຊົນນະບົດ ໃຫ້ຮູ້ວ່າ ເຖິງວ່າຈະອາໄສຢູ່ປະເທດໃດໃນໂລກກໍ່ຕາມ ແຕ່ຊາວຫວຽດນາມ ຍາມໃດກໍ່ມຸ່ງຫາບ້ານເກີດເມືອງນອນ ແລະໄດ້ປະກອບສ່ວນຢ່າງແທດຈິງເຂົ້າໃນວິວັດແຫ່ງການສ້າງສາ ແລະປ່ຽນແປງໃໝ່ປະເທດຊາດ. ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຍາມໃດກໍ່ແມ່ນຂົວຕໍ່ທີ່ສໍາຄັນເພື່ອນໍາຂໍ້ມູນຂ່າວສານ, ຄວາມຮູ້, ເຕັກໂນໂລຢີ, ເງິນລົງທຶນໃຫ້ແກ່ການພັດທະນາປະເທດ.

leftcenterrightdel
ທ່ານ ເຈິ່ນແທງນາມ ຮອງລັດຖະມົນຕີກະຊວງກະສິກໍາ ແລະພັດທະນາ ຊົນນະບົດ ກ່າວຄໍາເຫັນຢູ່ກະຊວງກະສິກໍາ ແລະພັດທະນາຊົນນະບົດ. ພາບ: baoquocte.vn

ສ່ວນທ່ານ ຟ້າມກວາງຮ້ຽວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ກະຊວງການຕ່າງປະເທດຈະສືບຕໍ່ຍູ້ແຮງ ແລະຜັນຂະຫຍາຍຢ່າງມີປະສິດທິຜົນໃນຂະແໜງການທູດເສດຖະກິດ, ການທູດຮັບໃຊ້ການພັດທະນາ; ສົມທົບກັບກະຊວງກະສິກໍາ ແລະພັດທະນາຊົນນະບົດ, ບັນດາທ້ອງຖິ່ນ ແລະອົງການພາຍໃນປະເທດ ເພື່ອຍູ້ແຮງການສົ່ງອອກຜະລິດຕະພັນກະເສດເຂົ້າບັນດາຕະຫຼາດທີ່ກໍາລັງຟື້ນຟູຢ່າງແຮງແນໃສ່ໝູນໃຊ້ທ່າເຕີບໂຕຂອງພື້ນຖານເສດຖະກິດໂລກ.

leftcenterrightdel
ບັນຍາກາດທີ່ເວທີປາໄສ. ພາບ: baoquocte.vn

ທ່ານຮອງລັດຖະມົນຕີ ເຈິ່ນແທງນາມ ຫວັງວ່າ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະສືບຕໍ່ເປັນຂົວຕໍ່ເພື່ອນໍາຜະລິດຕະພັນກະເສດຫວຽດນາມ ບືນຕົວຂຶ້ນ, ໄປໄກກວ່າໃນລະບົບມູນຄ່າທົ່ວໂລກ. ພິເສດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຊ່ວຍຊຸກຍູ້ການເຊື່ອມຕໍ່ຜະລິດຕະພັນ OCOP ຕາມໂຄງການແຫ່ງຊາດ ໜຶ່ງຕາແສງ ໜຶ່ງຜະລິດຕະພັນ. ບັນດາຄໍາເຫັນປະກອບຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈະຮ່ວມແຮງຮ່ວມໃຈກັນຍົກອອກການກະທໍາທີ່ແທດຈິງເພື່ອມຸ່ງໄປເຖິງເປົ້າໝາຍ: ກະສິກໍານິເວດ - ຊົນນະບົດທັນສະໄໝ - ຊາວກະສິກອນສະຫຼາດ. 

ໂດຍ: ໄຊຊະນະ