leftcenterrightdel
ກອງປະຊຸມສໍາມະນາກ່ຽວກັບການຍົົກສູງບົດບາດຂອງການລົງທຶນຈາກພາກເອກະຊົນຕໍ່ກັບການເຕີບໂຕຂຽວ ໄລຍະ 2021-2030. ພາບ: ສໍານັກຂ່າວສານຫວຽດນາມ.

ຄໍາເຫັນປະກອບທີ່ກອງປະຊຸມ ໄດ້ເນັ້ນໜັກວ່າ ວິສາຫະກິດທັງແມ່ນເຈົ້າຂອງ, ທັງແມ່ນຄູ່ຮ່ວມມືໃນບັນຫາອາກາດຮ້ອນຂຶ້ນໃນທົ່ວໂລກ ແລະມົນລະພິດສິ່ງແວດລ້ອມ, ການຊຸດໂຊມຂອງຊັບພະຍາກອນທໍາມະຊາດ, ສະນັ້ນ, ຄວນສຸມໃສ່ດຶງດູດນັກລົງທຶນພາກເອກະຊົນ ເຂົ້າຮ່ວມບັນດາການເຄື່ອນໄຫວມຸ່ງໄປເຖິງເປົ້າໝາຍເຕີບໂຕຂຽວ. ເພື່ອດຶງດູດທຸກແຫຼ່ງກໍາລັງຈາກພາກເອກະຊົນລົງທຶນໃຫ້ແກ່ການເຕີບໂຕຂຽວ ໄລຍະ 2021-2030 ເວົ້າລວມ, ຂົງເຂດພະລັງງານທົດແທນ, ການບໍລິການສິ່ງແວດລ້ອມເວົ້າສະເພາະ, ຄວນຍູ້ແຮງການຫັນທັດສະນະຂອງພັກກ່ຽວກັບການກໍານົດທິດຍຸດທະສາດພັດທະນາເສດຖະກິດ-ສັງຄົມຕິດພັນກັບວຽກງານປົກປັກຮັກສາສິ່ງແວດລ້ອມ, ປັບຕົວກັບການປ່ຽນແປງຂອງດິນຟ້າອາກາດ ແລະພັດທະນາເສດຖະກິດພາກເອກະຊົນໃຫ້ເປັນກົດໝາຍ. ປັບປຸງສະພາບແວດລ້ອມແຫ່ງການລົງທຶນດໍາເນີນທຸລະກິດໃນຂົງເຂດພະລັງງານ ແລະສິ່ງແວດລ້ອມ; ຮັບປະກັນຄວາມສະດວກ, ໂປ່ງໃສ, ຄວາມສະເໝີພາບລະຫວ່າງທຸກພາກສ່ວນເສດຖະກິດ.

ໂດຍ: ໄຊຊະນະ