“Beyond 2021: Investing across borders and innovation” (ການລົງທຶນຂ້າມຊາຍແດນ ແລະປ່ຽນແປງໃໝ່ປະດິດສ້າງ) ແມ່ນໂຄງການກໍ່ສ້າງນັກລົງທຶນຮ່ວມຈັດຕັ້ງດ້ວຍນັກລົງທຶນ, ອົງການຊຸກຍູ້ການດໍາເນີນທຸລະກິດທີ່ມາຈາກການາດາ, ອິນໂດເນເຊຍ, ຟີລິບປິນ, ປາກິດສະຖານ ແລະຫວຽດນາມ. Beyond 2021 ໄດ້ຮັບການອຸປະຖໍາດ້ວຍຂໍ້ລິເລີ່ມໂຄງການບໍາລຸງສ້າງ Frontiers Lab Asia ແລະໄດ້ຮັບການໜູນຊ່ວຍຈາກລັດຖະບານອົດສະຕາລີ. 

leftcenterrightdel
ບັນດານັກບັນລະຍາຍເຂົ້າຮ່ວມເຫດການ. ພາບ: ຄະນະຈັດຕັ້ງສະໜອງ.

ໂຄງການເລີ່ມດໍາເນີນຢ່າງເປັນທາງການດ້ວຍກອງປະຊຸມທາງໄກນັກລົງທຶນຂ້າມຊາຍແດນ Beyond 2021 ທີ່ຈະຈັດຂຶ້ນໃນວັນທີ 18 ສິງຫາ 2021 ດ້ວຍການເຂົ້າຮ່ວມຂອງນັກທຸລະກິດ, ນັກລົງທຶນທີ່ມີຊື່ສຽງ. ທີ່ກອງປະຊຸມທາງໄກ, ນັກບັນລະຍາຍຈະເຕື້ອງເຖິງສິ່ງທ້າທາຍເຊິ່ງນັກລົງທຶນຢູ່ອາຊີຕາເວັນອອກສ່ຽງໃຕ້ກໍາລັງປະເຊີນໜ້າ; ພ້ອມທັງແບ່ງປັນບົດຮຽນ ເພື່ອຊ່ວຍໃຫ້ຜູ້ເຂົ້າຮ່ວມໝູນໃຊ້ກາລະໂອກາດລົງທຶນ; ວິໄສທັດຮ່ວມຂອງບັນດານັກລົງທຶນພາຍໃນ ແລະຕ່າງປະເທດກ່ຽວກັບການລົງທຶນຂ້າມຊາຍແດນ... ສືບຕໍ່ກອງປະຊຸມແມ່ນບັນດາການເຄື່ອນໄຫວ, ລວມມີ: workshops ແບ່ງປັນ, ເຫດການເຊື່ອມຕໍ່ ແລະອະທິບາຍຄໍາຖາມຂອງນັກລົງທຶນ.

ໂດຍ: ໄຊຊະນະ