ທ່ານນາງ ຫງວຽນທິບິ໊ກເຫວ້ ໄດ້ມີການພົບປະກັບທ່ານ Nello Musumeci ປະທານເຂດ Sicilia, ທ່ານ Leoluca Orlando ເຈົ້າຄອງນະຄອນ Palermo, ທ່ານ Maurio Cicero ເຈົ້າຄອງນະຄອນ Castelbuono, ເຂົ້າຮ່ວມສອງເວທີປາໄສວິສາຫະກິດຫວຽດນາມ-Sicilia ທີ່ດໍາເນີນຢູ່ນະຄອນ Palermo ແລະ Catania ໂດຍສະຫະພັນວົງການເຈົ້າຂອງ Sicilia ແລະຫ້ອງການການຄ້າ ແລະອຸດສາຫະກໍາ Catania ສົມທົບກັບສະຖານທູດຫວຽດນາມ ປະຈໍາ ອີຕາລີ ຈັດຕັ້ງ.

leftcenterrightdel
ທ່ານນາງ ຫງວຽນທິບິ໊ກເຫວ້ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອີຕາລີ ພົບປະກັບທ່ານ Leoluca Orlando ເຈົ້າຄອງນະຄອນ Palermo. ພາບ: ສະຖານທູດຫວຽດນາມ ປະຈໍາ ອີຕາລີ.

ເມື່ອແບ່ງປັນກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ກໍ່ຄືຂົງເຂດທີ່ໃຫ້ບຸລິມະສິດຮ່ວມມື, ຜູ້ຕາງໜ້າອຳນາດການປົກຄອງໄດ້ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມື, ແຮກສ່ຽວກັບທ້ອງຖິ່ນຂອງຫວຽດນາມ ໃນຂົງເຂດ, ຄື: ກະສິກໍາ, ການທ່ອງທ່ຽວ, ເຕັກໂນໂລຢີສູງ... ເນັ້ນໜັກເຖິງຄວາມສໍາຄັນຂອງການກໍ່ສ້າງມະຫາວິທະຍາໄລ ແລະກໍ່ສ້າງອາຊີບ, ພ້ອມແລ້ວທີ່ຈະໜູນຊ່ວຍນັກສຶກສາຫວຽດນາມ ຢູ່ Sicilia.

ບັນດາວິສາຫະກິດເຂົ້າຮ່ວມສອງເວທີປາໄສຢູ່ Palermo ແລະCatania ກໍ່ຄືຢູ່ Green Expo Catania, ພາຍຫຼັງໄດ້ຮັບການແບ່ງປັນຂໍ້ມູນຂ່າວສານກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ, ຄວາມສະດວກຍ້ອນ EVFTA ນໍາມາໃຫ້... ກໍ່ໄດ້ຕັ້ງຫຼາຍຄໍາຖາມທີ່ກ່ຽວຂ້ອງເຖິງບຸລິມະສິດໃນການພັດທະນາຂອງຫວຽດນາມ, ຂົງເຂດທີ່ໃຫ້ບຸລິມະສິດໃນການລົງທຶນ, ແງ່ຫວັງຂອງການສົ່ງອອກ, ນໍາເຂົ້າຜະລິດຕະພັນກະເສດ, ນະຄອນອັດສະລິຍະ, ສິ່ງແວດລ້ອມ, ພະລັງງານໃໝ່...

ທ່ານ Nello Musumeci ໃຫ້ຮູ້ວ່າ ການສະໜັບສະໜູນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA) ປຽບເໝືອນດັ່ງກໍາລັງໜູນຊຸກຍູ້ການລົງທຶນລະຫວ່າງຫວຽດນາມ ແລະອີຕາລີ ແລະຈະຮຽກຮ້ອງຍູ້ໄວວິວັດການໃຫ້ສັດຕະຍາບັນສັນຍາ.

ທີ່ການພົບປະ, ເພື່ອນມິດ, ຜູ້ຕາງໜ້າພັກກອມມູນິດອີຕາລີ (PCI) ປາດຖະໜາຢາກສືບຕໍ່ສົມທົບກັບສະຖານທູດຈັດຕັ້ງເຫດການໂຄສະນາກ່ຽວກັບຫວຽດນາມ, ປະທານໂຮ່ຈີມິນ.

ໂດຍ: ກວຽດເຕິມ